ອ່າວ😪😆 ອັນນີ້ແຮ່ງໂຫດ ຫຼ່ຽມເຈີ ຫຼ່ຽມ ຈັບສາວນີ້ ແອບອ້າງ ເປັນຕຳຫຼວດແລ່ນເອົາເງິນຄືນຈາກຄະດີນາງພອນທິບ ໄຊປັນຍາ.

(ເອົ່າຍ່າວ)
ນາງ ຄິດຕີ້ ໄຊຍະລາດ ອາຍຸ 22 ປີ ແອບອ້າງຕົວເປັນເຈົ້າໜ້າທີ່ຕໍາຫຼວດ ໂດຍໃຊ່ເລ່ຫຼ່ຽມປະກາດລົງເຟສບຸກ ສາມາດຮັບແລ່ນທວງເງິນຄືນ ຈາກຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ຕໍາຫຼວດ ພວມດຳເນີນຄະດີຢູ່ ມີຄົນຫຼົງເຊື່ອໂອນເງິນໃຫ້ຜູ້ກ່ຽວ ລວມມູນຄ່າ 340.000.000 ກວ່າກີບ.
ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 7 ຕຸລາ 2022 ໄດ້ມີຜູ້ຖືກເສຍຫາຍ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫາ ນາງ ແຄັດຕີ້ ໄຊຍະລາດ ຜ່ານເບິວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວຕົວະໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ລວມເປັນເງິນ 346.500.000 ກີບ;

ຫຼັງຈາກໄດ້ເງິນແລ້ວກໍບໍ່ສາມາດຕິດຕໍ່ຫາຜູ້ກ່ຽວໄດ້; ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງພິສູດແຫຼ່ງຂ່າວ ເພື່ອຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຮ່ອງຮອຍຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາໃສຢູ່ບ້ານ ຮ່ອງໄກແກ້ວ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວມາທໍາການ ສອບສວນ.
ຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ສາລະພາບວ່າ: ຜູ້ກ່ຽວສ້າງເຟສບຸກປອມ ແລະ ແອບອ້າງຕົວເປັນເຈົ້າໜ້າທີ່ຕຳຫຼວດ ເພື່ອເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ລວມເປັນເງິນທີ່ໄດ້ຮັບຈາກຜູ້ເສຍຫາຍ ຈຳນວນ 346.500.000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສຍຫາຍແລ້ວກໍໄດ້ນໍາເງິນດັ່ງກ່າວໄປຊື້ສັບສິນມີຄ່າ, ໃຊ້ຈ່າຍສ່ວນຕົວ. ປັດຈຸບັນ ເຈົ້າໜ້າທີ່ໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.

(ອະ! ໄປກິນເຂົ້າລີງຢ່າງສົມກຽດ)
ຂອບໃຈຂ່າວ . ຫ້ອງການກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ.
Cr. ຂ່າວ: ຈັນສະໝອນ
ສະເກັດຂ່າວ Hot News