ອ່ານ​ໃຫ້ຈົບເດີ້!..​ໃຜຢາກເປັນນັກສືກສາເກັ່ງຄືນ້ອງນີ້ ຄວ້າກຽດນິຍົມອັນດັບ 1 ທີ່ປະເທດໄທ

ຕ້ອງຂໍສະແດງຄວາມຍິນດີ ແລະ ພູມໃຈນໍາ ພໍ່ແມ່ພີ່ນ້ອງ ໝູ່ເພື່ອນສຸດໆ ກັບຍິງຄົນນີ້ ສ້ອຍສຸດາ ມະນີວົງ ຫຼື ນໍ້າຝົນ ທີ່ຫາກໍຈົບການສຶກສາປະລິນຍາຕີທີ່ປະເທດເພື່ອນບ້ານ ຄວ້າກຽດນິຍົມອັນດັບ 1 ມາຄອບຄອງຢ່າງປື້ມປິຕິ.

ນ້ອງນໍ້າຝົນ ໄດ້ໃຫ້ສໍາພາດວ່າ ປັດຈຸບັນອາຍຸ 22 ປີ, ຫຼັງຈາກຮຽນຈົບ ມ 7 ທີ່ ມໍປາຍສີສັດຕະນາກ ນະຄອນຫຼວງວຽງຈັນ ປີ 2017, ຈຶ່ງໄດ້ໄປຮຽນຕໍ່ ເປັນທຶນໂຕເອງ ຮຽນຕໍ່ສາຂາ ວິສະວະກໍາໄຟຟ້າ ທີ່ມະຫາໄລສະຫຍາມ Siam University ເປັນຫຼັກສຸູດໄທ.

ນ້ອງບອກເຫດຜົນວ່າ ທີ່ຮຽນວິສະວະກໍາໄຟຟ້າ ໃຈໜຶ່ງກໍມັກແດ່ ໃຈໜຶ່ງກໍຢາກເປັນວິສະວະກອນຍິງຄົນເກັ່ງ ສາມາດລົບຄຳດູກຖູກໄດ້ວ່າຜູ້ຍິງກໍສາມາດເປັນວິສະວະກອນທີ່ເກັ່ງໄດ້ ບໍ່ໄດ້ມີແຕ່ສະເພາະຜູ້ຊາຍ.ນ້ອງ ຮຽນ 3 ປີ ເຄິ່ງຈົບ(ຈາກລະບົບທຳມະດາ 4 ປີຈິ່ງຈົບ) ເພາະເລັ່ງຮຽນແບບບໍ່ມີພັກ ເລັ່ງເຮັດໜ່ວຍກິດ ເລີຍຈົບໄວກ່ອນກຳນົດ.

ສໍາລັບວິທີຮຽນຂອງນ້ອງ ນ້ອງເປັນຜູ້ຍິງ ແລະ ເປັນຄົນຕ່າງຖິ່ນແນ່ ໃຫ້ຄິດວ່າວິຊາທີ່ຮຽນເປັນວິຊາທີ່ຮຽນແລ້ວມ່ວນ ເອົາເກຣດເປັນຕົວຕັ້ງວ່າເຮົາສິເອົາ A ໃຫ້ໄດ້ ແຕ່ບໍ່ໃຫ້ຕົວເອງຄຽດຈົນເກິນໄປ ຖ້າຄຽດກໍໃຫ້ໄປທ່ຽວພັກຜ່ອນ ສ້າງສັນກັບໝູ່ແນ່ ແຕ່ຖືຄະຕິວ່າ ດື່ມໄດ້ ກໍຕ້ອງມາຮຽນໄດ້ ຫ້າມມີຂໍ້ອ້າງເພື່ອຊິຂາດຮຽນ ເພາະເຮົາມາຮຽນ ບໍ່ໄດ້ມາທ່ຽວ.

ເຊິ່ງທຸກຢ່າງກໍເປັນໄປດັ່ງໃຈຫວັງໄວ້ ສາມາດຮຽນຈົບດ້ວຍເກດ GPA 3.66, ຄວ້າກຽດນິຍົມອັນດັບ 1 ມາໄດ້ກໍພູມໃຈ ແລະ ດີໃຈ ແລະ ສາມາດລົບຄໍາດູຖູກຕ່າງໆນາໆໄດ້ວ່າ ຄົນລາວ ຍິງລາວກໍເກັ່ງ ກໍເປັນວິສະວະກອນໄດ້.ແລະ

ເລື່ອງອຸປະສັກ ກໍມີອຸປະສັກກະຄື ເວລາທົດລອງງານເຮົາເປັນຜູ້ຍິງ ເຮົາອາດສິບໍ່ໄດ້ທົດລອງຢ່າງເຕັມທີ່ ເພາະອາຈານກໍຫ່ວງເລື່ອງຄວາມປອດໄພກັບເຮົາ ເພາະສາຍງານມັນຂ້ອນຂ້າງອັນຕະລາຍ ວິທີແກ້ໄຂຄື ເຮັດໂຕໃຫ້ເຂັ້ມແຂງ ພິສູດໃຫ້ອາຈານເຫັນວ່າເຮົາ ເຮັດໄດ້ ບໍ່ໄດ້ໃຊ້ແຮງງານ

ແຕ່ເຮົາກໍສາມາດຊ່ວຍແກ້ໄຂບັນຫາດ້ວຍສະໜອງໄດ້ນັ້ນເອງສໍາລັບແຜນໃນອະນາຄົດ ນໍ້າຝົນ ຄິດວ່າຈະຫາວຽກເຮັດເອົາປະສົບການກ່ອນ ຖ້າມີໂອກາດກໍຈະສຶກສາຕໍ່ ແລະຕອນນີ້ອາດຈະກັບໄປລາວກ່ອນ.

ຈາກ: ນໍ້າຝົນ ສ້ອຍສຸດາ ມະນີວັນ

Related Posts

Leave a Reply

Your email address will not be published. Required fields are marked *