ລົມສາວຄົນດຽວກັນ ໃຊ້ແກ້ວເບຍທຸບຫົວ ເສຍຊີວິດ ໃນຕົ້ນເດືອນ ພະຈິກ 2022 ທີ່ຜ່ານມາ ທ້າວ ເຈິເປາະ ອາຍຸ 23 ປີ ບ້ານຫ້ວຍລະ ເມືອງສິງ ແຂວງຫລວງນໍ້າທາ ແຄ້ນໃຫ້ ທ້າວ ຍືເຄາະ ອາຍຸ 23 ປີ.
ບ້ານມໍນະ ເມືອງສິງ ຄູ່ກໍລະນີ ທີ່ລົມສາວຄົນບ້ານດຽວກັນ ຈິ່ງໃຊ້ແກ້ວເບຍຕີຫົວ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດ ໃນເວລາ 5 ວັນຕໍ່ມາ.
ທ້າວ ເຈີເປາະ ສາລະພາບວ່າ: ກ່ອນເກີດເຫດຜູ້ກ່ຽວ ແລະ ໝູ່ 2 ຄົນ ໄດ້ໄປສັງສັນກັນຢູ່ຮ້ານບັນເທີງດຽວກັນກັບຄູ່ກໍ່ລະນີ ແລະ ໄດ້ສັ່ງເບຍ 1 ລັງມາດື່ມ.
ຮອດເວລາປະມານ 19 ໂມງ ຜູ້ກ່ຽວໄດ້ໄປເຂົ້າຫ້ອງນ້ຳ ແລ້ວບັງເອີນພົບເຫັນ ທ້າວ ຍືເຄາະ ທີ່ເປັນຄົນຄຽດແຄ້ນເກົ່າ ທີ່ລົມຜູ້ສາວຄົນດຽວກັນ ກຳລັງໄປເຂົ້າຫ້ອງນ້ຳເຊັ່ນດຽວກັນ. ຕົນເອງຈຶ່ງໄດ້ຈັບແກ້ວເບຍເປົ່າ 2 ແກ້ວ ຍ່າງນຳຫຼັງ.

ສ່ວນອີກແກ້ວ 1 ໄດ້ຖີ້ມປະໄວ້ບ່ອນຈຸດເກີດເຫດແລ້ວແຍກຍ້າຍກັນກັບເຮືອນ.
ນັກຂ່າວ ປກສ ແຂວງຫຼວງນ້ຳທາ