ໄດ້ເຫັນແມ່ຕູ້ຄົນນີ້ຖືກຫມາໄລ່ກັດຢູ່4ແຍກໄຟແດງຕາມມີໄຊ ເຫັນຄັ້ງແລກຄານໆຢູ່ກະຄິດວ່າຄົນບ້າເລີຍເອົານ້ຳໄປໃຫ້ແຕ່ບໍ່ແມ່ນ ສະພາບທີ່ເຫັນກະຄືຢ່າງບໍ່ໄດ້.

ຕາດີຕົນຊາດ ຕອນເດິກມື້ນີ້ 5/1 ປະມານ02:30
( ນ່າຈະຖືກຫມາກັດຫຼືໂດດໃສ່ແລ້ວລົ້ມ ) ກະເລີຍເອົາລາວຂື້ນລົດຊິໄປສົ່ງແຕ່ບໍ່ຈື່ເຮືອນ ວ່າແຕ່ຢູ່ດົງໂດກ..
ປັດຈຸບັນນີ້ກະບໍ່ຮູ້ຊິຊ່ວຍແນວຖາມຫາເຮືອນກະບໍ່ຮູ້ ໄປສົ່ງເຮືອນຢູ່ໃສ່ກະບໍ່ຈື່ ອາກາດກາງຄືນມັນໜາວແດ່ ເຖົ້າແກ່ແດ່ ບໍ່ເຂົ້າໃຈວ່າລູກຫຼານໃຫ້ອອກເຮືອນໄດ້ແນວໃດ ຊິວ່າແມ່ນຄົນບ້າຄົນເມົາກະບໍ່ແມ່ນ.

#ດຽວນີ້ຂ້ອຍແລະອ້າຍນ້ອງ4-5ຄົນໄດ້ເອົາລາວໄປຢູ່ຫ້ອງການບ້ານຕາມມີໄຊແລ້ວ ໃຜເຫັນວ່າເປັນພີ່ນ້ອງໃຜລະໄປຫາຢູ່ຫ້ອງການບ້ານເດີ
ເພາະຂ້ອຍບໍ່ຮູ້ຊິຊ່ວຍແນວໃດ ລາວວ່າຊື່ ຈັນສຸກ. ມີນ້ອງຊື່ບົວວັນ ກັບ ຕຸກ