ຜ່ານໄປແລ້ວກັບຊຽງຂວາງເກມ! ໂດຍປະຕິບັດຕາມແຜນສົມທົບປ້ອງກັນ ສະບັບເລກທີ 249/ອປກ, ລົງວັນ ທີ 25 ຕຸລາ 2022

👏👏ຜ່ານໄປແລ້ວກັບຊຽງຂວາງເກມ! ໂດຍປະຕິບັດຕາມແຜນສົມທົບປ້ອງກັນ ສະບັບເລກທີ 249/ອປກ, ລົງວັນ ທີ 25 ຕຸລາ 2022.

ຂອງອະນຸກໍາມະການປ້ອງກັນງານມະຫາກຳກິລາແຫ່ງ ຊາດ ຄັ້ງທີ XI ຢູ່ທີ່ແຂວງຊຽງຂວາງ ກົມຕຳຫຼວດຈະລາຈອນ ເລີ່ມເຂົ້າປ້ອງ ກັນນັບແຕ່ ວັນທີ 18 ພະຈິກ ຫາ 23 ທັນວາ ປີ 2022.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ທີ່ແຂວງຊຽງຂວາງ ມີກຳລັງຕຳ ຫຼວດຈະລາຈອນເຂົ້າປ້ອງກັນທັງໝົດ 163 ສະຫາຍ ຍິງ 26 ສະຫາຍ ເພື່ອອຳນວຍຄວາມສະດວກໃນການສັນຈອນ ແລະ ຕວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ;

ໃນນີ້, ກຳລັງກົມຕຳຫຼວດຈະລາຈອນ 85 ສະຫາຍ ຍິງ 17 ສະຫາຍ, ປ້ອງກັນຢູ່ນະ ຄອນຫຼວງ 12 ສະຫາຍ ຍິງ 4 ສະຫາຍ, ກຳລັງຕຳຫຼວດຈະລາຈອນ ແຂວງວຽງຈັນ 25 ສະຫາຍ,

ກຳລັງຕຳຫຼວດຈະລາຈອນ ແຂວງຊຽງຂວາງ 78 ສະຫາຍ, ພາຫະນະຮັບໃຊ້ວິຊາສະເພາະ ລວມທັງໝົດ 35 ຄັນ; ໃນນີ້, ລົດຈັກເປີດທາງ 26 ຄັນ ( ແຂວງ 6 ຄັນ ), ລົດສະຫຼາມ 9 ຄັນ (ແຂວງ 4 ຄັນ).

______
Cr. ຄວາມສະຫງົບ Lao Security News

Related Posts

Leave a Reply

Your email address will not be published. Required fields are marked *