ດ່ວນໆ…!! ລ່າສຸດຮູ້ເບາະແສໂຈນປຸ້ນຮ້ານເພັດ ທີ່ວຽງຈັນເຊັນເຕີແລ້ວ ຕິດຄຸກ 2 ຄັ້ງອອກມາກໍ່ເຫດຊ້ຳຊາກ (ມີຄລິບ)

ຈາກຜູ້ໃຊ້ເຟສບຸກຊື່ Douangmany Heuangkhamsene ໄດ້ໂພສໃນວັນທີ 10/01/2023 ວ່າ: ຊາບຊຶ້ງໃນພະລັງຂອງຫມູ່ເພື່ອນ ແລະ ໂຊຊຽວອີ່ຫຼີຈາກທີ່ຮູ້ສຶກສິ້ນຫວັງ ບໍ່ຮູ້ວ່າຈະນຳຈັ່ງໃດເລີຍ, ແຕ່ຕອນນີ້ພວກເຮົາໄດ້ເບາະແສຫຼາຍຢ່າງ ແລະ ຮ່ອງຮອຍການຫຼົບໜີຈາກຜູ້ຫວັງດີຫຼາຍຄົນທີ່ຕິດຕໍ່ເຂົ້າມາຫາໃນຄືນວານນີ້ ພ້ອມທັງມີຜູ້ທີ່ເຄາະຮ້າຍເຄີຍຖືກຄົນດຽວກັນປຸ້ນຈີ້ອີກຫຼາຍກໍລະນີ

ຖ້າແມ່ນຜູ້ຕ້ອງສົງໃສຄົນນີ້ຖືກຕ້ອງ, ຜູ້ກ່ຽວໄດ້ກະທຳການປຸ້ນຈີ້ຫຼັກຊັບມາຫຼາຍກວ່າ 10ຄະດີ, ເຂົ້າຄຸກມາ 2 ຄັ້ງ ແຕ່ກໍຍັງອອກມາລອຍນວນ ແລະກະທຳຜິດຊ້ຳໆ ເຊິ່ງສະແດງໃຫ້ເຫັນວ່າຜູ້ກ່ຽວບໍ່ໄດ້ຢ້ານຕໍ່ກົດຫມາຍເລີຍ.

(ຄລິບ)

ເດືອນຕຸລາທີ່ຜ່ານມາກໍໄດ້ເອົາປືນຈີ້ປຸ້ນຮ້ານຄຳ ສີດາລາດຊະວົງ ແຕ່ກໍຍັງບໍ່ສາມາດນຳຈັບໄດ້ … ຂໍຂອບໃຈຮູບຈາກຮ້ານຄຳສີດາລາດຊະວົງ ແລະ ຂໍສະແດງຄວາມເສຍໃຈສຳຫຼັບຄວາມເສຍຫາຍເຊັ່ນກັນ

ເດືອນຕຸລາທີ່ຜ່ານມາກໍໄດ້ເອົາປືນຈີ້ປຸ້ນຮ້ານຄຳ ສີດາລາດຊະວົງ ແຕ່ກໍຍັງບໍ່ສາມາດນຳຈັບໄດ້ … ຂໍຂອບໃຈຮູບຈາກຮ້ານຄຳສີດາລາດຊະວົງ ແລະ ຂໍສະແດງຄວາມເສຍໃຈສຳຫຼັບຄວາມເສຍຫາຍເຊັ່ນກັນ

ຂ້າພະເຈົ້າ ແລະ ຄອບຄົວ ຊາບຊຶ້ງ ແລະ ຂໍຂອບໃຈສຳຫຼັບທຸກໆການແຊ ເບາະແສທຸກເບາະແສທີ່ໃຫ້ມາ ແລະ ຊາບຊຶ້ງໃຈທີ່ສຸດທີ່ສັງຄົມລາວເຮົາຊ່ວຍກັນແບບນີ້

ພວກເຮົາຈະພະຍາຍາມນຳຈັບຄົນຜູ້ນີ້ໃຫ້ເຖິງທີ່ສຸດ..

ແຫລ່ງທີ່ມາ:

Related Posts

Leave a Reply

Your email address will not be published. Required fields are marked *