ຖ້າຜູ້ໂດຍສານມາບໍທັນຈັກ 2-3 ຄົນຍັງພໍວ່າ ແຕ່ອັນນີ້ວ່າລືມຜູ້ໂດຍສານຕັ້ງວ່າ 50 ຄົນ ກະໂພດນໍ ບໍ່ໜ້າຈະປານນັ້ນເຄິ່ງ 100 ພຸ້ນ ແຕ່ກໍ່ເກີດຂຶ້ນແລ້ວ.
ການບໍລິການລືມຫຍັງລືມໄດ້ແຕ່ຢ່າລືມລູກຄ້າ ເພາະເຂົາຄືວຽກຫຼັກຂອງເຮົາ.

ຕາມລາຍງານຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ສາຍການບິນລາຄາຖືກ Go First ຂອງອິນເດຍບິນຂຶ້ນສູ່ເວຫາປະຜູ້ໂດຍຈຳນວນຫຼາຍເຖິງ 50 ຄົນ ເຮັດໃຫ້ລົດເມຮັບ-ສົ່ງຕ້ອງງົງໄປຕາມໆກັນ.
ໂດຍຖ້ຽວບິນ G8 116 ບັງກາລໍ-ເດລີ ເວລາ 6:40 ຂອງມື້ວັນທີຈັນທີ 9 ມັງກອນ 2023 ໄດ້ຖີ້ມຜູ້ໂດຍສານລວມ 54 ຄົນທີ່ກຳລັງຢູ່ລະຫວ່າງຂີ່ລົດເມໄປຂຶ້ນເຄື່ອງ.

ໃນຖ້ຽວບິນດັ່ງກ່າວແມ່ນມີຜູ້ໂດຍສານຂຶ້ນລົດເມທັງໝົດ 3 ຄັນ ໃນນັ້ນ 2 ຄັນລົດແມ່ນໄດ້ຂຶ້ນເຄື່ອງບິນແລ້ວ ແຕ່ຜູ້ໂດຍສານທີ່ຢູ່ຄັນທີ 3 ຍັງບໍທັນລົດຈາກລົດເມ ເຮືອບິນກໍ່ເຈີດຂຶ້ນຟ້າໄປແລ້ວເຮັດໃຫ້ 54 ຊີວິດຕ້ອງລໍຖ້າໃນຖ້ຽວຕໍ່ໄປ.
ແຕ່ເລື່ອງບໍ່ຈົບເທົ່ານັ້ນ ເຮັດໃຫ້ຜູ້ໂດຍສານເສຍເວລາ ງານນີ້ບໍ່ຍອມງ່າຍໆ ໄດ້ມີການຮ້ອງຮຽນຫາບໍລິສັດ ແລະການບໍລິການພາກພື້ນດິນ ຕອນນີ້ທຸກພາກສ່ວນຍັງລໍຄຳຕອບຈາກບໍລິສັດຢູ່ວ່າຈຸບິນນັ້ນຈະບອກວ່າເກີດຈາກຫຍັງກັນແທ້.