ດ່ວນໆ…!! ເກີດເຫດເສົ້າສະຫຼົດ ຊາຍໜຸ່ມຂ້າໝູ່ ມັກຖາມຫລາຍມື້ໃດຊິເອົາເມຍ ຕາຍຍ້ອນຖາມ

ສຳນັກຂ່າວອິນໂດນີເຊຍລາຍງານວ່າ ໜຸ່ມອາຍຸ 28 ໝົດຄວາມອົດທົນ ຫຼັງຖືກເພື່ອນບ້ານຖາມຢູ່ນັ້ນແຫຼະວ່າ “ເມື່ອໃດຈະແຕ່ງງານ ?” ຕັດສິນໃຈເຂົ້າໄປໃນບ້ານບີບຄໍຈົນເສຍ ຊີວິດ ຂະນະທີ່ຜູ້ຕາຍກຳລັງຖືພາ ບໍ່ພໍຍັງລັກເງີນແລະໂທລະສັບປິດທ້າຍອີກ.
ເມື່ອວັນທີ 19 ມັງກອນ ທ້າວ ໄຟອິຊ ນູຣ໌ດິນ ອາຍຸ 28 ປີ ກໍ່ເຫດຄາດກຳ ນົດ.ອາອິຊະຮ໌ ອາຍຸ 32 ປີ ກຳລັງຖືພາໃນບ້ານພັກຂອງນາງທີ່ກຣຸງຈາກາຕາຣ໌ ປະເທດອິນໂດນີເຊຍ ຫຼັງທົນບໍ່ໄຫວທີ່ນາງມົວແຕ່ມາຖາມວ່າມື້ໃດເຈົ້າຈະແຕ່ງງານ ໂດຍຜູ້ຕ້ອງຫາເປີດເຜຍຜູ້ຕາຍເວົ້າກັບລາວວ່າ “ຮີບແຕ່ງງານໃຫ້ໄວໄດ້ !! ຄົນອື່ນຂົາແຕ່ງກັນໄປຫມົດແລ້ວ ເປັນຫຍັງຄື່ ບໍ່ແຕ່ງປານນີ້?” ເຮັດໃຫ້ທ້າວໄຟອິຊຮູ້ສຶກວ່າຄືເປັນຄຳເວົ້າເບິ່ງດູມິນ ໃນມື້ດຽວກັນທ້າວຈຶ່ງໄປຫາຜູ້ຕາຍທີ່ບ້ານ ນາງໃຫ້ທ້າວເຂົ້າມາທີ່ຫ້ອງນັ່ງຫລິ້ນໂດຍບໍ່ຮູ້ຊະຕາກຳ ກ່ອນຈະຖືກຊຸກລົງຕຽງ.
ຫຼັງຈາກທ້າວຂຶ້ນຄ່ອມນາງພະຍາຍາມສູ້ສຸດຊີວິດ ດ້ວຍການກັດນິ້ວ ແຕ່ຂາດຜົນ ທ້າວໄຟອິຊໃຊ້ມື ບີບຄໍນາງຈົນເຖິງແກ່ຊີວິດ ເທົ່ານັ້ນຢັງບໍ່ພໍ ທ້າວໄຟອິຊຢັງລັກໂທລະສັບແລະເງີນຂອງຜູ້ຕາຍໄປອີກປະມານ 468,000 ກີບ ຕໍ່ມາຕຳຫຼວດໄດ້ຕາມໄລ່ລ່າຂະນະທີ່ທ້າວໄຟອິຊພະຍາຍາມຫຼົບໜີ ກ່ອນຮວບຕົວໄດ້ຫຼັງຖືກຍິງທີ່ຂາ ລາຍງານລະບຸວ່າຜູ້ຕ້ອງຫາອາດປະເຊີນໂທດຈຳຄຸກຕະຫລອດຊີວິດ ຊຶ່ງຕອນນີ້ກຳລັງຢູ່ໃນລະຫວ່າງຖ້າຄຳຕັດສິນ.
…
…

…
