ພາຍຫຼັງທີ່ໄດ້ມີແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ເລກທີ 01/ທຫລ ໃນວັນທີ 13 ມັງກອນ 2023.

ສຳລັບນິຕິບຸກຄົນທີ່ຢາກສ້າງຕັ້ງໜ່ວຍແລກປ່ຽນ ຕ້ອງຢູ່ໃນຕາມເງື່ອນໄຂນີ້ເທົ່ານັ້ນ.
ມາດຕາ 8 ເງື່ອນໄຂການສ້າງຕັ້ງແລກປ່ຽນເງິນຕານິຕິບຸກຄົນ ທີ່ມີຈຸດປະສົງເຊັນສັນຍາສ້າງຕັ້ງຫນ່ວຍແລກປ່ຽນເງິນຕາກັບທະນາຄານທຸລະກິດ ຕ້ອງມີເງື່ອນໄຂດັ່ງນີ້:

( ສ້າງຕັ້ງຫນ່ວຍແລກປ່ຽນເງິນຕາຢູ່ສະຖານທີ່ເຄື່ອນໄຫວທຸລະກິດ ຂອງຕົນດັ່ງນີ້:
ກ. ໂຮງແຮມ ຫຼື ຣີສອດ ໃນລະດັບແຕ່ 3 ດາວຂຶ້ນໄປ
ຂ. ສະຫນາມບິນສາກົນ ຫຼື ດ່ານຊາຍແດນຄ. ສະຖານີລົດໄຟ.

ງ. ດ່ານສາກົນສິນຄ້າ (ທ່າບົກ)
ຈ. ກາຊິໂນສ. ສະຖານທີ່ອື່ນຕາມການກໍານົດຂອງທະນາຄານແຫ່ງ ສປປ ລາວແຕ່ລະໄລຍະ.
ມີສະຖານທີ່ບໍລິການແລກປ່ຽນເງິນຕາສະເພາະທີ່ປອດໄພ ແລະເຫມາະສົມ.8 ມີອຸປະກອນຮັບໃຊ້ ຄົບຖ້ວນ.ພະນັກງານປະຈໍາຫນ່ວຍແລກປ່ຽນເງິນຕາຕ້ອງມີໃບຢັ້ງຢືນການຝຶກອົບຮົມກ່ຽວກັບການບໍລິການ ແລກປ່ຽນເງິນຕາຈາກສະຖາບັນການ ສຶກສາ ຫຼື ຊຸດຝຶກອົບຮົມ ທີ່ທະນາຄານແຫ່ງ ສປປ ລາວ ຮັບຮູ້.
