ເຈົ້າຂອງຢາບ້າ 6 ລ້ານ ລອຍນວນ.

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2023 ເວລາປະມານ 5 : 00 ໂມງ ເຈົ້າໜ້າທີ່ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກວດພົບຢາບ້າ 6 ລ້ານເມັດ ຊຸກເບື່ອງໃນລົດກະບະ ຖີ້ມໄວ້ສວນສາລີ, ສ່ວນເຈົ້າຂອງຢາລອຍນວນ.

ເຈົ້າຫນ້າທີ່ໄດ້ຕັ້ງຈຸດກວດກາຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ກວດພົບລົດກະບະ ໂຕໂຍຕ້າ ຣີໂວ້ ສີຂາວ ໝາຍເລກທະບຽນ ກວ 1466 ກຳແພງນະຄອນ ໃນນັ້ນ ກວດພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 24 ເປົາ ເທົ່າກັບ 3.000 ມັດ, ມີ 6.000.000 ເມັດ, ນໍ້າໜັກ 672 ກິໂລກຼາມ ຊຸກເຊື່ອງຢູ່ພາຍໃນລົດຄັນດັ່ງກ່າວ.

ສ່ວນເປົ້າໝາຍແມ່ນໄດ້ເອົາຕົວຫຼົບໜີ, ປັດຈຸບັນ ຍັງຕິດຕາມຕົວ.
