ໄປຮັບປ່າເຢັ້ງຊານຳກັນ! ວັນທີ 19 ມັງກອນ 2023 ທີ່ ສະໜາມບິນວັດໄຕ
ໃນຕອນທ່ຽງມື້ນີ້, ນ້ອງ ປ່າເຢັ້ງຊາ ກໍໄດ້ມາໂອ້ລົມຜ່ານເພຈ Miss Universe Laos ມີສຢູນິເວີຣສລາວ
ເລົ່າເຖິງຄວາມຮູ້ສຶກໃນກອງປະກວດ ແລະ ຕອນປະກາດວ່າລາວໄດ້ເຂົ້າຮອບ 16 ຄົນສຸດທ້າຍ ເຊິ່ງມີຜູ້ຊົມ Live ຫຼາຍເຖິງ 5,500 ຄົນ.
ທີ່ໄດ້ເຂົ້າມາຊົມເຊີຍ ແລະ ໃຫ້ກຳລັງໃຈ ພ້ອມທັງພູມໃຈໃນໂຕຂອງນ້ອງ ປ່າເຢັ້ງຊາ ທີ່ສາມາດເປີດປະຕູໃຫ້ກັບນາງງາມລາວ ເຮັດໃຫ້ຫຼາຍປະເທດຮູ້ຈັກລາວຫຼາຍຂຶ້ນ.
ບອກເລີຍວ່າທັງງາມທັງເກັ່ງແທ້ໆ, ທຸກຄົນສາມາດໄປຮັບນ້ອງປ່າເຢັ້ງຊາໄດ້ເດີ້ ໃນເວລາ 12 ໂມງທ່ຽງ ຂອງວັນທີ 19/01/2023 ທີ່ສະໜາມບິນວັດໄຕ.