ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດແຈ້ງໃຫ້ຮູ້ເມື່ອມໍ່ໆມານີ້

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດແຈ້ງໃຫ້ຮູ້ເມື່ອມໍ່ໆມານີ້

ວ່າ: ໃນປີ 2022, ສປປ ລາວ ເປັນປະເທດຫນຶ່ງບໍ່ຕ່າງຫຍັງກັບປະເທດອື່ນໆທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍພົບຫຼາຍຮູບແບບເປັນຕົ້ນ ແມ່ນການຫຼອກລວງຜູ້ຖືກເຄາະຮ້າຍໄປຂາຍແຮງງານ ຫຼື ບັງຄັບແຮງງານ, ບັງຄັບບໍລິການທາງເພດ, ການຮັບຈ້າງຖືພາ ແລະ ການຖ່າຍທອດສົດ ການເປືອຍກາຍຂອງຍິງ-ຊາຍ ແລະ ການຮ່ວມເພດກັນອອກສື່ສັງຄົມອອນລາຍ.

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແຈ້ງໃຫ້ຮູ້ຕື່ມອີກວ່າ:

ສະພາບການຄ້າມະນຸດທີ່ພົ້ນເດັ່ນທີ່ສຸດແມ່ນໄດ້ມີຂະບວນການໂຄສະນາ ຊັກຊວນໂດຍຜ່ານທາງສື່ອອນລາຍ ແລະ ຜ່ານນາຍຫນ້າໂດຍກົງໄດ້ຕົວະ ຍົວະໄປອອກແຮງງານເຮັດວຽກຢູ່ເຂດເສດຖະກິດສາມຫຼ່ຽມຄໍາ ຢູ່ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີ

ໄວຫນຸ່ມຍິງ-ຊາຍຄົນລາວ ແລະ ຕ່າງ ປະເທດ ຈໍານວນບໍ່ຫນ້ອຍຕົກເປັນຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງເປັນ ຈໍານວນຫຼາຍຮ້ອຍຄົນຖືກຂູດຮີດແຮງງານ, ຖືກບັງຄັບທາງເພດທີ່ ເກີດຂຶ້ນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

ທີ່ມາ: ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ວຽງຈັນທາຍ

Related Posts

Leave a Reply

Your email address will not be published. Required fields are marked *