ແຈ້ງການ ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ ເພີ່ມອຸດຫນູນຄ່າຄອງຊີບ

ກະຊວງປ້ອງກັນຄວາມສະຫງົບ ກົມໃຫຍ່ພະລາທິການ ອອກໜັງສືແຈ້ງການ ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ ເພີ່ມອຸດຫນູນຄ່າຄອງຊີບ ຂອງນາຍ ແລະ ພົນຕຳຫຼວດ, ພະນັກງານບໍານານ.

ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມໃຫຍ່ພະລາທິການ ສະບັບເລກທີ 175/ປກສ, ລົງວັນທີ 31 ມັງກອນ 2012.

ອີງຕາມ ຄໍາແນະນໍາ ຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ສະບັບເລກທີ 3736/ກງ, ລົງວັນທີ 25 ພະຈິກ 2022.

ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງທ່ານຫົວຫນ້າ ຫ້ອງວ່າການ ກະຊວງ, ກົມໃຫຍ່, ກົມ, ກອງບັນຊາການ, 2ວິທະຍາຄານ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ ຂັ້ນ ແຂວງ – ນະຄອນຫຼວງຊາບ:

ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ, ເພີ່ມອຸດຫນູນຄ່າຄອງຊີບ ຂອງນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານໃຫ້ຄິດໄລ່ ມູນຄ່າ 7.350 ກີບ/ດັດສະນີ ແລະ

ເພີ່ມເງິນອຸດ ຫນຸນຄ່າຄອງ ຊີບ 150.000 ກີບ/ຄົນ/ເດືອນ (ເງິນອຸດຫນຸນຄ່າຄອງຊີບ ບໍ່ໃຫ້ຄິດໄລ່ພັນທະອາກອນ ແລະ ບໍ່ ຫັກ 8% ເຂົ້າ ປະກັນສັງຄົມ).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

Related Posts

Leave a Reply

Your email address will not be published. Required fields are marked *