ແພດໝໍໄດ້ອອກມາເປີດເຜີຍວ່າ ພົບຜູ້ປ່ວຍເດັກນ້ອຍ ອາຍຸ 10 ປີ ມາຮັກສາອາການໄອຫອບ ເມື່ອຍ ເມື່ອຖາມປະຫວັດແມ່ນສູບຢາສູບໄຟຟ້າມາໄລຍະໜຶ່ງ ເຊິ່ງກໍກວດເຫັນປອດອັກເສບຈາກສານເຄມີໃນຢາສູບໄຟຟ້າໄປລະຄາຍເຄືອງໃຫ້ປອດອັກເສບ ແລະ ມີສະພາບຄືກັບຮັງເຜິ້ງ.
ວັນທີ 6 ມັງກອນ 2023 ແພດໝໍຂອງປະເທດໄທ ໄດ້ອອກມາເຕືອນໄພເລື່ອງຢາສູບໄຟຟ້າ ໂດຍລະບຸຂໍ້ຄວາມວ່າ “ທ່ານໝໍໄດ້ອອກມາເຕືອນພໍ່ແມ່ ກ່ຽວກັບພົບກໍລະນີໄວລຸ້ນ ອາຍຸ 10 ມາໂຮງໝໍ ດ້ວຍອາການໄປຫອບເມື່ອຍ ເມື່ອກວດຮ່າງກາຍ ຖາມປະຫວັດ ສະຫຼຸບເປັນປອດບວມຈາກເຊື້ອໄວຣັສ.
…
..
ພາຍຫຼັງທີ່ສະແກນ ປອດມີສະພາບເສຍຫາຍຫຼາຍ ແລະ ເມື່ອຖາມປະຫວັດ ເດັກກໍບອກວ່າໃຊ້ຢາສູບໄຟຟ້າມາໄດ້ໄລຍະໜຶ່ງແລ້ວ ແລະ ຜົນກວດສະແກນປອດເດັກນ້ອຍ ພົບວ່າເປັນພາວະປອດອັກເສບຈາກພວກສານເຄມີໃນຢາສູບໄຟຟ້າ ທີ່ມັນໄປລະຄາຍເຄືອງເຮັດໃຫ້ປອດອັກເສບ ແລະ ມີສະພາບຄືກັບຮັງເຜິ້ງ ເຊິ່ງມັນຈະເຮັດໃຫ້ປອດເສື່ອມສະພາບ ຫອບເມື່ອຍ ແລະ ຕິດເຊື້ອໄດ້ງ່າຍ ກໍລະນີເລີຍຕິດທັງໄວຣັສ ແບັກທີເລຍ.
ພໍ່ແມ່ພີ່ນ້ອງ ໃຜທີ່ມີລູກຫຼານສູບຢາສູບໄຟຟ້າຄວນລະວັງ ເຕືອນໃຫ້ພວກເຂົາເຊົາໝົດ ເພາະໃນຫຼາຍໆປະເທດກໍກວດພົບເຫັນແບບກໍລະນີນີ້ ທີ່ສາເຫດກໍມາຈາກຢາສູບໄຟຟ້າ.
