ຂ່າວດີ! ກຽມຮອງຮັບ ເປັນມໍລະດົກແຫ່ງທີ 4 ຂອງລາວ

ແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກ ຮ່ວມຊາຍແດນ.

ຫາລື ຮັບຮອງເອກະສານ ຄຳຮ້ອງສະເໜີ ອຸທິຍານ.

ຂປລ. ຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ຈັດກອງປະຊຸມຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ວາລະ “ຮັບຮອງເອົາເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ ຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດ ຟອງຫຍາແກບາງ ມໍລະດົກໂລກ ຂອງ ສສ ຫວຽດນາມ” ໃນວັນທີ 20 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ, ມີບັນດາຜູ້ຕາງໜ້າຈາກກົມ,ພະນັກງານ ແລະ ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດເຊົ້າຮ່ວມ.ຂປລ. ຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ຈັດກອງປະຊຸມຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ວາລະ “ຮັບຮອງເອົາເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ ຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດ ຟອງຫຍາແກບາງ ມໍລະດົກໂລກ ຂອງ ສສ ຫວຽດນາມ” ໃນວັນທີ 20 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ, ມີບັນດາຜູ້ຕາງໜ້າຈາກກົມ,ພະນັກງານ ແລະ ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດເຊົ້າຮ່ວມ.

ທ່ານ ວັນສີ ກົວມົວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້, ກໍເພື່ອຮັບຟັງການລາຍງານຜົນສໍາເລັດຂອງຂະບວນການກະກຽມເອກະສານຄຳຮ້ອງສະເໜີ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດ ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນ ແບບເຊື່ອມຕໍ່ ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກ ທາງທໍາມະຊາດຂອງ ສສ ຫວຽດນາມ; ຜົນສຳເລັດຂອງການຈັດຕັ້ງຂະບວນການ “ຄວາມມີອິດສະຫລະ, ການຮັບຮູ້ກ່ອນລ່ວງໜ້າ ແລະ ເຫັນດີຢ່າງສະໝັກໃຈ” ຂອງປະຊາຊົນ 10 ບ້ານອ້ອມຮອບອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ຮັບຟັງກ່ຽວກັບການລາຍງານເນື້ອໃນບົດຄັດຫຍໍ້ ຂອງເອກະສານຄຳຮ້ອງ ຈາກຄະນະວິຊາການກະກຽມຮ່າງຄຳຮ້ອງ ໂດຍສະເພາະຕໍ່ກັບເອກະສານຄຳຮ້ອງນີ້ ຜູ້ເຂົ້າກອງປະຊຸມໄດ້ພ້ອມກັນ ປະກອບຄຳເຫັນໃສ່ບັນດາເນື້ອໃນຂອງເອກະສານຄຳຮ້ອງ ທີ່ສະເໜີໂດຍຄະນະວິຊາການກະກຽມຄໍາຮ້ອງ ເພື່ອບັນລຸເປົ້າໝາຍເປັນມໍລະດົກໂລກທາງທຳມະຊາດ ແຫ່ງທຳອິດ ຂອງ ສປປ ລາວ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາເຫັນໃສ່ເອກກະສານຄໍາຮ້ອງນຳສະເໜີເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກທາງທຳມະຊາດ ຂອງ ສສ ຫວຽດນາມ ໃຫ້ມີເນື້ອໃນທີ່ຄົບຖ້ວນສົມບູນຍິ່ງຂຶ້ນ ກ່ອນທີ່ຄະນະຮັບຜິດຊອບໃນການກະກຽມເອກະສານ ຮ່າງຄຳຮ້ອງດັ່ງ ກ່າວ ຈະນຳສົ່ງຄຳຮ້ອງສະບັບສົມບູນ ເຖິງສູນມໍລະດົກໂລກ ກ່ອນວັນທີ 1 ກຸມພາ 2023 ທີ່ຈະມາເຖິງນີ້.

ຜ່ານຂອບການຮ່ວມມື ພາຍໃຕ້ການຈັດຕັ້ງປະຕິບັດສົນທິສັນຍາມໍລະດົກໂລກ 1972 ຂອງອົງການອຸຍແນັສໂກ ທີ່ ສປປ ລາວ ລົງນາມເຂົ້າຮ່ວມເປັນລັດພາຄີ ໃນປີ 1987 ແລະ ມາເຖິງປັດຈຸບັນນີ້ ສປປ ລາວ ມີມໍລະດົກໂລກທາງດ້ານວັດທະນະທຳ ທີ່ເປັນຮູບປະທຳເພີ່ມຂຶ້ນເປັນ 3 ແຫ່ງ ຄື: ນະຄອນປະຫວັດສາດຫລວງພະບາງ, ວັດພູ ພ້ອມດ້ວຍພູມີທັດວັດທະນະທຳ ຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ. ນອກຈາກນີ້, ພາຍໃຕ້ສົນທິສັນຍາ 2003 ວ່າດ້ວຍການປົກປ້ອງມໍລະດົກທີ່ເປັນນາມມະທຳ ຂອງອົງການອຸຍແນັສໂກ ໃນທ້າຍປີ 2017 ສປປ ລາວ ກໍໄດ້ຂຶ້ນທະບຽນ ສຽງແຄນເຊື້ອຊາດລາວ ເຂົ້າຢູ່ໃນບັນຊີຕົວແທນແຫ່ງມໍລະດົກວັດທະນະທຳນາມມະທຳ ຂອງມວນມະນຸດສະຍະຊາດ, ນັ້ນເປັນຜົນງານ ແລະ ຜົນສຳເລັດເບື້ອງຕົ້ນສະທ້ອນໃຫ້ເຫັນຄວາມພະຍາຍາມ ແລະ ພັນ ທະສັນຍາຂອງລັດຖະບານ ສປປລາວ ຕໍ່ວົງຄະນາຍາດສາກົນ ໃນການປົກປ້ອງ ແລະ ສົ່ງເສີມຄຸນຄ່າມໍລະດົກຂອງຊາດ.ຂະບວນການສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດ ຟອງຫຍາແກບາງ ໄດ້ລິເລີ່ມຂຶ້ນແຕ່ປີ 1999 ຈົນມາຮອດປີ 2003, ຄະນະເປັນມໍລະດົກໂລກທາງທຳມະຊາດ ກຳມະການມໍລະດົກໂລກຈຶ່ງໄດ້ຕົກລົງຮັບ ຮອງເອົາອຸທິຍານແຫ່ງຊາດ ຟອງຫຍາແກບາງ ກ່ອນ ໂດຍໃຫ້ລັດພາຄີຫວຽດນາມ ສືບຕໍ່ປຶກສາຫາລື ເພື່ອຮ່ວມມືກັບລັດພາຄີ ສປປ ລາວ ສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກທາງທຳມະຊາດຂອງຫວຽດນາມ. ເຖິງວ່າໃນເວລານັ້ນ ອຸທິຍານແຫ່ງຊາດຫີນໜາມໜໍ່ ຈະຍັງບໍ່ສາມາດປະກາດເປັນມໍລະ ດົກໂລກ ໄດ້ພ້ອມກັນກັບອຸທິຍານແຫ່ງຊາດຟອງຫຍາແກບາງ ກໍຕາມ ແຕ່ຂະບວນການກະກຽມເອກະ ສານຄຳຮ້ອງຢູ່ພາຍໃນຂອງ ສປປ ລາວ ໄດ້ກະກຽມ ທັງທາງດ້ານຂໍ້ມູນ, ປັບປຸງທາງເຕັກນິກ ແລະວິຊາການມາໂດຍຕະຫລອດ ທັງຢູ່ຂັ້ນທ້ອງຖິ່ນໃນລະດັບແຂວງ, ເມືອງ ໂດຍສະເພາະ ລະຫວ່າງສອງອຸທິ ຍານແຫ່ງຊາດ ໄດ້ມີການໄປມາຫາສູ່, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານນຳກັນຢ່າງເປັນປົກກະ ຕິ. ຂະບວນການກະກຽມເອກະສານຄຳຮ້ອງ ສະເພາະຂອງຝ່າຍລາວ ຖ້ານັບແຕ່ອຸທິຍານແຫ່ງຊາດຟອງຫຍາແກບາງ ຂອງ ສສ ຫວຽດນາມ ໄດ້ຂຶ້ນທະບຽນເປັນມໍລະດົກໂລກ ຈົນມາຮອດປັດຈຸບັນນີ້ ມີອາຍຸ 20 ປີ ແລ້ວ.

ອີງໃສ່ແຜນຍຸດທະສາດຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (2021-2025), ໄປຄຽງຄູ່ກັບການປົກປັກຮັກສາມໍລະດົກທາງດ້ານປະຫວັດສາດແລະ ວັດທະນະທຳ, ມໍລະ ດົກທາງດ້ານທຳມະຊາດ ກໍແມ່ນບູລິມະສິດໜຶ່ງທີ່ສໍາຄັນຂອງຊາດ ເຊິ່ງກະຊວງ ຖວທ ໄດ້ສົມທົບກັບຂະແໜງການ ແລະ ອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກົມປ່າໄມ້, ກະຊວງກະສິກຳ -ປ່າໄມ້ ແລະ ອຳນາດການປົກຄອງທ້ອງຖິ່ນແຂວງຄຳມ່ວນ, ອົງການພັດທະນາເຢຍລະມັນ ປະຈໍາລາວ, ອົງການ IUCN ປະຈຳລາວ ແລະ ຫ້ອງການອຸຍແນັສໂກ ປະຈຳພາກພື້ນອາຊີ ແລະ ປາຊີຟິກ ແລະ ທີ່ສໍາຄັນແມ່ນການຮ່ວມມືກັບຂະແໜງການກ່ຽວຂ້ອງ ທັງສູນກາງກໍຄື ທ້ອງຖິ່ນຂອງ ສສ ຫວຽດນາມ ໂດຍໄດ້ສຳເລັດຂະບວນການກະກຽມເອກະສານຄຳຮ້ອງກ່ຽວກັບການສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເມືອງບົວພາ ແຂວງຄຳມ່ວນ ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນ ເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ ຫວຽດນາມ ທີ່ຈະກາຍເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນແຫ່ງທຳອິດ ໃນພາກພື້ນອີກດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *