ໄວ້ອາໄລນັກຮົບວັດທະນະທຳ “ເດດ ຈັນທະລາ”ອະດີດສິລະປິນສູນກາງພັກປະຊາຊົນປະຕິວັດລາວ.

ເພື່ອນນັກຂ່າວຈາກຝັ່ງຂວາແມ່ນ້ຳຂອງແຈ້ງໃຫ້ຊາບວ່າ ທ່ານອາຈານ ເດດຈັນທະລາ ສິລະປິນປະຕິວັດລາວ ຜູ້ສ້າງສັນຜົນງານເພງແລະດົນຕີໄວ້ຫຼວງຫຼາຍ ໄດ້ເຖິງແກ່ກຳແລ້ວ ໃນວັນທີ 23 ມັງກອນ 2023 ນີ້ ທີ່ບ້ານເລື່ອມ ອຳເພີເມືອງ ຈັງຫວັດອຸດອນທານີ ປະເທດໄທ.
ເດດ ຈັນທະລາ ເປັນຄົນອຸດອນທານີ ໄດ້ເຂົ້າຮ່ວມກັບຂະບວນການປະຕິວັດປົດປ່ອຍປະເທດລາວ.

ເປັນນັກຮົບວັດທະນະທຳ ປະຈຳກອງສິລະປະກອນຂອງສູນກາງພັກປະຊາຊົນປະຕິວັດລາວ ຝາກຜົນງານສີມືໄວ້ໃນຮູບເງົາເລື່ອງ “ລະດູບານໃໝ່” ທັງການແຕ່ງເພງແລະການຮຽບຮຽງດົນຕີ.

ຜົນງານເພງແລະດົນຕີຂອງ ເດດ ຈັນທະລາ ໃນຮູບເງົາ ເລື່ອງ ລະດູບານໃໝ່ 1976 https://youtu.be/QR5UnJYkQos.
ເພງທົ່ງນາແຊງບ້ານນ້ອງ:https://youtu.be/qMbgRFLx030
ສ່ວນລາຍລະອຽດການຈັດງານສົບ ຈະອັບເດດຕື່ມພາຍຫຼັງ.
ຂ່າວ: ແຄນ ສາລິກາ