Lao News
ປື້ມຂຽນຂຶ້ນລາຄາ

ປື້ມຂຽນຂຶ້ນລາຄາ
ລາຄາປື້ມຂຽນສໍາລັບນ້ອງນັກຮຽນ ທີ່ເຮົາຄຸ້ນເຄີຍກັນດີແມ່ນປຶ້ມຂຽນ 100 ໜ້າ ແລະ 200 ໜ້າ ທີ່ມີກາຕ່າງໆຢູ່ທາງ ດ້ານຫນ້າ ເຊິ່ງປັດຈຸບັນໄດ້ມີການປັບຂຶ້ນລາຄາແລ້ວ
ໂດຍອີງຕາມການຊື້-ຂາຍຕົວຈິງຢູ່ຕະຫລາດເຊົ້ານະຄອນຫລວງວຽງຈັນ ວັນທີ 23 ມັງກອນ 2023 ມີດັ່ງນີ້:
ປຶ້ມຂຽນ 100 ຫນ້າ (ມີ 20 ເພົາ) ລາຄາຂາຍຍ່ອຍ 7.000 ກີບ/ຫົວ
ປື້ມຂຽນ 200 ຫນ້າ (ມີ 36 ເພົາ) ລາຄາຂາຍຍ່ອຍ 10.000 ກີບ/ຫົວ
ລາຄາຊື້-ຂາຍ ຍ່ອຍ ແລະ ຂາຍສົ່ງຈະມີຄວາມແຕກຕ່າງກັນປະມານ 15% ເຮັດໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນຖອນຫາຍໃຈເມື່ອເຫັນລາຄາປຶ້ມຂຽນທີ່ຕ້ອງຊື້ໃຫ້ລູກ.
ສໍາລັບນ້ອງໆນັກຮຽນ ເມື່ອເຫັນລາຄານີ້ແລ້ວ ໃຫ້ຮູ້ຈັກປະຢັດມັດທະຍັດ ຂີດຂຽນສ່ງທີ່ເກີດປະໂຫຍດ ແລະ ໃຊ້ໃຫ້ມີກຸ້ມຄ່າທີ່ສຸດ.

ເຂດບ້ານທ່ານຢູ່ລາຄາຂາຍຍ່ອຍເທົ່າໃດແລ້ວ ?