ຈຸກຮອດຕັບ…!!ສາວທ້ອນເງິນໄວ້ນຳແຟນ ສຸດທ້າຍແຟນຫອບເງິນໜີໄປຫາຜູ້ສາວໃໝ່

ແລ້ວວັບ !!! ນ້ອງ ບຸນ (ນາມສົມມຸດ)​ ແຊັດມາຈາກ ແຂວງຫຼວງພະບາງ. ນ້ອງບອກວ່າ ນ້ອງເປັນຄົນທີ່ ຢູ່ບ້ານ ຫ່າງໄກຈາກຕົວເມືອງ. ນ້ອງ ໄດ້ເຂົ້າມາເຮັດວຽກກໍ່ສ້າງ ຢູ່ ໃນເມືອງ , ແຟນ ຂອງນ້ອງ ເຮັດວຽກຢູ່ຮ້ານອາຫານ ຢູ່ອີກເມືອງໜື່ງ.

ພວກນ້ອງ ພົວພັນກັນຜ່ານແອັບ. ນ້ອງມີໂອກາດ ໄດ້ພົບກັນ ໃນເວລາ ໄປຍາມບ້ານ 1-2 ເດືອນຕໍ່ ເທື່ອ, ສວ່ນໃຫຍ່ ແມ່ນຕິດຕໍ່ ຫາກັນ ທາງໂທລະສັບ. ນ້ອງແລະແຟນ ໄດ້ມີການພົວພັນກັນ ມາໄດ້ ເກືອບໜື່ງປິ ໂດຍສັນຍາກັນວ່າ ຈະທ້ອນເງີນ ເພື່ອແຕ່ງດອງນໍາກັນ.

ນ້ອງ ບຸນ ໄດ້ເກັບເງິນ ແລະ ສົ່ງໃຫ້ ແຟນເກັບໄວ້ ປັດຈຸບັນນີ້ ເກືອບຈະຮອດ 20 ລ້ານກີບ …ແຕ່ສີ່ງບໍ່ຄາດຝັນກໍ່ເກີດຂື້ນ ເມື່ອແຟນ ໜີໄປນໍາຜູ້ຊາຍຄົນໃໝ່ ແລະ ເອົາເງີນໄປນໍາ.

ເຈົ້າຂອງຮ້ານທີ່ແຟນເຮັດ ບອກວ່າ ລາວໄປຢູ່ຮ້ານໃໝ່ ແລະ ບໍ່ໄດ້ບອກວ່າຢູ່ໃສ ! ໝູ່ລາວ ບອກວ່າ ລາວໄປນໍາຜູ້ຊາຍ. ເຖິງປັດຈຸບັນນີ້ ນ້ອງບຸນ ບໍ່ສາມາດຈະຕິດຕໍ່ ແຟນໄດ້ …ນ້ອງບຸນ ຜິດຫັວງຢ່າງແຮງ ຜິດຫວັງໃນຄວາມຮັກຍັງບໍ່ແລ້ວ ແຕ່ ເສຍເງີນກ້ອນໃຫຍ່ອີກ…ນ້ອງບໍ່ຮູ້ຈະນໍາແຟນໄດ້ຢູ່ໃສ ນ້ອງຖາມວ່າ ຖ້າພົບນາງ ສາມາດ ເອົາເລື່ອງໄດ້ບໍ່ ?​ ຂື້ນສານໄດ້ບໍ່​? ມີກົດໝາຍຈັບກຸ່ມບໍ່​? ເພາະ ນາງເຮັດ ໃຫ້ ນ້ອງເຈັບແສບຫຼາຍ

​ຄໍາແນະນໍາຂອງຜູ້ໃຫ້ຄໍາປຶກສາໂອ່ ! ເຫັນໃຈນ້ອງບຸນ ແທ້ໆ, ເປັນການອົກຫັກທີ ເຈັບປວດ ແສນສາຫັດ …ຂໍ ແບ່ງປັນຄວາມຮູ້ສຶກຂອງນ້ອງໃນເວລານີ້​…, ສີ່ງທໍາອິດ ຄວນຈະເຮັດຄື ຕ້ອງລະຫງັບອາລົມ, ມີສະຕິ ຊອກຫາແຟນໃຫ້ພົບ ເພື່ອຈະໄດ້ຮູ້ຄວາມຈິງ ວ່າຍ້ອນຫຍັງ ນາງຈຶ່ງເຮັດແນວນັ້ນ.

ບາງເທື່ອນາງອາດມີຄວາມຈໍາເປັນໃດໜື່ງ ທີ່ບໍ່ສາມາດບອກນ້ອງໄດ້ ຫຼື ບອກແລ້ວ ຢ້ານນ້ອງຍອມຮັບບໍ່ໄດ້ ..ຕາມທີ່ນ້ອງ ບຸນ ໄດ້ເລົ່າເລື່ອງ ການພົວພັນ ລະຫວ່າງ ນ້ອງແລະແຟນ ຖືວ່າເປັນຄວາມຮັກທີ່ໜັກແໜ້ນ ແລະ ມີອຸດົມຄະຕິ ມີຄວາມຝັນ ຮວ່ມກັນ ສູງສົ່ງ …ການທີ່ນາງ ຈາກໄປແບບບໍ່ບອກແນວນີ້ ມັນໜ້າຈະມີເຫດຜົນ ຫຼື ມີທີ່ມາທີ່ໄປ ຫຼື ມີເຫດການ ທີ່ບັງຄັບ. ດັ່ງນັ້ນ ນ້ອງບຸນ ບໍ່ຄວນຕີຕົວ ໄປກ່ອນໄຂ້ …ຂໍໃຫ້ເບີ່ງໂລກໃນແງ່ດີເອົາໄວ້ !​

ສໍາລັບ ການຈັບກຸມ ດໍາເນີນຄະດີນັ້ນ …ຕ້ອງໄດ້ປຶກສາ ນາຍບ້ານຕື່ມອີກ ..ການທີ່ນ້ອງເອົາເງີນໃຫ້ແຟນ ແມ່ນ ການຕົກລົງລະຫວ່າງນ້ອງກັບແຟນ ບໍ່ມີໃບຢັ້ງຢືນ, ບໍ່ມີຜູ້ຮັບຮູ້ນໍາ…ອ້າຍຂໍແນະນໍາວ່າ ຖ້າແຟນນ້ອງມີເຈດຕະນາໜີ ຈາກນ້ອງ ພ້ອມດວ້ຍເງີນ ..ນ້ອງກໍ່ຄວນ ຈະລົມກັນສອງຄົນເພື່ອຊອກຊອງທາງ ທີ່ຕົກລົງກັນໄດ້ …ຖ້າຍັງບໍ່ສາມາດຕົກລົງໄດ້ ຈື່ງ ຂໍຄໍາແນະນໍາ ຈາກນາຍບ້ານ ຫຼື ໝວ່ຍໄກ່ເກ່ຍ… ຕ້ອງຄ່ອຍເປັນຄ່ອຍໄປ ແນວໃດເລື່ອງຂອງມັນກໍ່ເກີດຂື້ນແລ້ວ …

ນ້ອງມີຄວາມຮັກ ຄວາມຕັ້ງໃຈສູງ ຕໍ່ຄົນຮັກ …ເຖີງຂັ້ນ ຕ້ອງຫາເງີນ ເພື່ອ ແຕ່ງດອງກັນ ມັນເປັນຄວາມຮັກແທ້ຈິງ ຂອງນ້ອງທີ່ມີຕໍ່ແຟນ…ເຊິ່ງ ກໍ່ຄຶດວ່າ ແຟນນ້ອງ ຈະຊອກຜູ້ຊາຍ ແບບນ້ອງນີ້ ໄດ້ຍາກ ..ຂໍໃຫ້ອົດທົນຕໍ່ໄປ ຊອກຫາສາເຫດຄວາມເປັນຈິງ ໃຫ້ໄດ້..ຖ້າຫາກແຟນມີຄວາມຕັ້ງໃຈຢາກໄປກັບຜູ້ຊາຍຄົນໃໝ່ ກໍຂໍໃຫ້ເປັນບົດຮຽນ ຂອງຊີວິF.

ຄວາມຮັກ ບໍ່ມີຕົວຕົນຮູບຮ່າງທີ່ແນ່ນອນ ..ເຮົາບໍ່ສາມາດກໍານົດຮູບຮ່າງຂອງຄວາມຮັກໄດ້, ເຊື່ງ ມັນຈະປ່ຽນໄປກັບສະພາບແວດລ້ອມອ້ອມຂ້າງ ຄົນສອງຄົນ ເປັນຜູ້ກໍານົດ ແລະ ວາດແຕ້ມວ່າ ຄວາມຮັກຕ້ອງມີຮູບຮ່າງຄືແນວໃດ..ດັ່ງດຽວກັບ ຄວາມຮັກ ທີ່ນ້ອງມີໃນປັດຈຸບັນ ມັນເປັນຮູບຮ່າງທີ່ໜ້າຢ້ານ ເພາະ ໜື່ງໃນສອງ ເຮັດໃຫ້ຄວາມຮັກ ເປັນແນວນັ້ນ …ບໍ່ຕ້ອງເສຍໃຈນ້ອງເອີຍ !!! ນ້ອງຍັງໜຸ່ມນ້ອຍ ມີອະນາຄົດຍາວໄກ ຍັງມີໂອກາດ ທີ່ຈະພົບກັບຜູ້ຍິງຫຼາຍຄົນ.

ແຫລ່ງທີ່ມາ : FM 90

Related Posts

Leave a Reply

Your email address will not be published. Required fields are marked *