ພຣະທາດໂຜ່ນ ຈັດພິທີວາງສີລາງລຶກ ພ້ອມຕອກເສົາເຂັມ ການກໍ່ສ້າງສາລາໂຮງທຳຫຼັງໃໝ່

26/1/23ພຣະທາດໂຜ່ນ ຈັດພິທີວາງສີລາງລຶກ ພ້ອມຕອກເສົາເຂັມ ການກໍ່ສ້າງສາລາໂຮງທຳຫຼັງໃໝ່.

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ການນຳຂອງແຂວງ, ຂອງເມືອງໄຊພູທອງ ພ້ອມດ້ວຍ ຊາວພຸດທະສາ ສະນິກະຊົນ ໄດ້ພ້ອມກັນເຂົ້າຮ່ວມພິທີຕອກເສົາເຂັມ ແລະ ວາງສີລາລຶກ ໃນການກໍ່ສ້າງສາລາໂຮງທຳຫຼັງໃໝ່ ທີ່ວັດເຈຕິຍະຣາມ (ທາດໂຜ່ນ) ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ,

ໂດຍການເຂົ້າຮ່ວມເປັນ ປະທານ: ຝ່າຍສົງ ນຳໂດຍ ຍາທ່ານ ປານ ສຸພັນໂທ ເຈົ້າຄະນະອົງການພຸດທະສາດສະໜາສຳພັນລາວ ປະຈຳແຂວງສະຫວັນນະເຂດ, ຍາທ່ານ ທອງດຳ ຈັນທະວົງ ເຈົ້າຄະນະ ອພສ ເມືອງໄຊພູທອງ ພ້ອມດ້ວຍພຣະເຖລານຸເຖລະ, ຝ່າຍຄຣາລາວາດ ນຳໂດຍທ່ານ ຄຳແພງ ເພັດທຸມພອນ ກໍາມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ,

ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວແຂວງ ພ້ອມດ້ວຍບັນດາແຂກ ແລະມວນຊົນ ໄດ້ເຂົ້າ ຮ່ວມ.

ທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງໄຊພູທອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ກ່າວລາຍງານ ປະຫວັດຄວາມເປັນມາ ຂອງການສ້າງສາລາໂຮງທຳຫຼັງເກົ່າ ແລະ ຫຼັງໃໝ່ ເຊິ່ງທ່ານໄດ້ຍົກ ໃຫ້ເຫັນວ່າ:

ສາລາໂຮງທຳຫຼັງເກົ່າ ຂອງວັດພຣະທາດໂຜ່ນ ໄດ້ສ້າງຂຶ້ນໃນວັນທີ 27 ພຶດສະພາ 1998 ແລະສ້າງສຳ ເລັດໃນປີ 2003, ສາລາຫຼັງດັ່ງກ່າວ ມີລວງຍາວ 25 ແມັດ, ກວ້າງ 16 ແມັດ, ສູງ 17 ແມັດ, ມູນຄ່າໃນການກໍ່ສ້າງ 2 ຕື້ກວ່າກີບ.

ໃນການກໍ່ສ້າງສາລາໂຮງທຳຫຼັງເກົ່າໃນເວລານັ້ນ ຍັງບໍ່ທັນມີການວາງແຜນ, ການກຳນົດສະຖານທີ່ຕັ້ງບໍ່ເໝາະສົມ ເຊິ່ງມີການບົດບັງທັດສະນີຍະພາບ ດ້ານໜ້າຂອງ ອົງພຣະທາດໂຜ່ນ,

ດັ່ງນັ້ນ ໃນປີ 2017 ທີ່ຜ່ານມາ ຄະນະພັກອຳນາດການປົກຄອງແຂວງ, ການນຳຂັ້ນສູງຂອງ ເມືອງໄຊພູທອງ, ກົມມໍລະດົກ ກະຊວງ ຖວທ ໄດ້ປຶກສາຫາລື, ຄົ້ນຄວ້າຮ່ວມກັບ ອົງການພຸດທະສາດສະໜາສຳພັນລາວ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍອຳນາດການປົກຄອງຂອງບ້ານໂພນທາດ, ໄດ້ມີຄວາມເປັນເອກະ ພາບ ຫາວິທີຍົກຍ້າຍເອົາສາລາໂຮງທຳຫຼັງເກົ່າອອກ.

ດັ່ງນັ້ນ ມາໃນມື້ນີ້ ຄະນະນຳທຸກພາກສ່ວນ ຈຶ່ງໄດ້ຮ່ວມກັນຕອກເສົາເຂັມ ວາງສີລາລຶກ ກໍ່ສ້າງສາລາໂຮງ ທຳຫຼັງໃໝ່ຂຶ້ນ, ເຊິ່ງໄດ້ກຳນົດ ຮູບຊົງສາລາໂຮງທຳຫຼັງໃໝ່ ເປັນຮູບຊົງສິລະປະລ້ານຊ້າງ, ມີລວງຍາວ 30 ແມັດ, ກວ້າງ 16 ແມັດ, ສູງ 17 ແມັດ, ສະຖານທີ່ແມ່ນຢູ່ດ້ານຂວາຂອງອົງພຣະທາດໂຜ່ນ.

ດັ່ງນັ້ນ ຈຶ່ງຂໍ ເຊີນຊວນ ເຫຼົ່າພຸດສາສະນິກະຊົນທັງຫຼາຍ ຮ່ວມກັນເປັນເຈົ້າພາບ, ເຈົ້າສັດທາໃນການສ້າງສາລາໂຮງທຳຫຼັງໃໝ່ນີ້ ດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *