ວ່າຈັງໃດສາຍສ່ຽງໂຊກ ຊື້ເລກຜ່ານແອບດັງ ຖືກລາງວັນເກືອບ 10 ລ້ານ ບິນຫາຍບໍ່ໄດ້ເງິນຈ່ອຍວັບ

ເມື່ອມີປະເດັ່ນຂື້ນມາ ຂ້ອຍກໍ່ຈະຂໍເລົ່າສິ່ງທີເກີດຂື້ນກັບໂຕເອງການຊື້ຫວຍອອນລາຍ ຜ່ານມາເກືອບຈະສິ້ນເດືອນແລ້ວ ຂ້ອຍຄິດຈະບໍ່ນໍາແລ້ວ ແຕ່ຈະຂໍເລົ່າເລື່ອງລາວທີ່ມັນເກີດຂື້ນກັບຂ້ອຍ ໃນວັນທີ4 ເດືອນ ມັງກອນ 2023 ຂ້ອຍໄດ້ກົດຊື້ເລກຢູ່ໃນແອັບທີ່ປະກົດຢູ່ໃນຮູບ ຂ້ອຍໄດ້ກົດຊື້ເລກໄປ807,847,887,07,87ປ່ອງລະ10,000ກີບ ແລະກົດສຸມເລກ6ໂຕທ້າຍ07,47,87ແລະ887 ພາຍຫລັງເລກອອກກໍ່ບໍ່ສາມາດເຂົ້າໄປເບິ່ງໃບບິນໄດ້ພະຍາມເຂົ້າໄປເບິ່ງປະຫວັດການຊື້ກໍ່ຖືກລືບ

ຜ່ານໄປ5ມື້ ແຕ່ວັນທີ4 ຮອດວັນທີ9 ມັງກອນ2023 ຈຶ່ງສາມາດເຂົ້າໄປເບິ່ງປະຫວັດການຊື້ ແລະ ເບິ່ງໃບບິນໄດ້) ປະກົດວ່າບິນເລກທີ່ເບິ່ງໄດ້ມີລັກສະນະແປງຂື້ນມາໃຫມ່ເລກທີ່ປະກົດຂື້ນມາໃຫມ່ເລກທ້າຍ6ໂຕມີແຕ່ທ້າຍ887,87,07ແລະທ້າຍ7ແຕ່ທ້າຍ47ບໍ່ມີມາໃຫ້ເລີຍແຕ່ເມືອບໍ່ມີຄໍາຕອບ ຂໍໃຫ້ສື່ອອນລາຍຊາວຍເປັນກະບອກສຽງນໍາກັນເດີ ຂໍໃຫ້ພາກສ່ວນກ່ຽວຂ້ອງມີການກວດກາ ແລະຄຸ້ມຄ້ອງຜູ້ບໍລິໂພກຕື່ມ.

*ຄໍາຖາມ1. ຍ້ອນສາເຫດຫຍັງຈຶ່ງເຂົ້າໄປເບິ່ງໄປບິນບໍ່ໄດ້?2. ເປັນຫຍັງຈຶ່ງບໍ່ມີການແຈ້ງເຕື່ອນວ່າທ່ານຄືຜູ້ໂຊກດີ?

3. ພາຍຫລັງໄດ້ຮັບເງິນໂອນຖືກເລກ3ໂຕແລະສອງໂຕ ເມືອເຂົ້າໄປເບິ່ງປະຫວັດການຊື້ແຕ່ຖືກລຶບລາຍການຊື້ທັງຫມົດ?4.ເປັນຫຍັງຈຶ່ງລຶບປະຫວັດການຊື້ ບໍ່ມີລາຍການ?

ຍ້ອນຄວາມເຊື່ອຫມັ້ນແລະໄວ້ໃຈຕໍ່ແອັບດັ່ງກ່າວ ເວລາຊື້ຈຶ່ງບໍ່ໄດ້ແຄັບຮູບການຊື້ໄວ້ ຝາກເຕືອນ.

ແຫລ່ງທີ່ມາ:

Related Posts

Leave a Reply

Your email address will not be published. Required fields are marked *