Lao News

ທ່ານ ພົອ ວິໄລ ຫຼ້າຄຳຟອງ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ

ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່

ຄະນະຄຸ້ມຄອງເສດຖະກິດພິດເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄໝ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ, ສາມາດກ່າຍເປັນແຫຼງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວໜ່ວຍບໍລິຫານໃນເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ ໂດຍມອບໃຫ້ສູນກາງປະສານສົມທົບກັບທ້ອງຖິ່ນ

ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນໜ່ວຍງານໜຶ່ງຄຸ້ມຄອງບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄໝ, ເປັນບ່ອນພັກຜ່ອນ, ທີ່ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button