😱ເກີດເຫດເຮືອຄາເຟ່ຫຼົ້ມ ກາງທະເລພັດທະຍາ.
ວັນທີ 30 ມັງກອນ 2023 ໄດ້ເກີດເຫດການຄາເຟ່ ເຮືອໂຈນສະລັດທີ່ລອຍຢູ່ກາງອ່າວ ພັດທະຍາຫຼົ້ມ ໜ່ວຍກູ້ໄພ ສະຫວ່າງ ບໍລິບູນ ນະຄອນຫຼວງ ເມືອງພັດທະຍາ ໄດ້ລົງກວດກາຄາເຟ່ເຮືອ ໂຈນສະລັດ ທີ່ຖືກຄື້ນຊັດໃສ່ໜັກ ເຮັດໃຫ້ຈົມນ້ຳ.

ໂດຍຜູ້ເຫັນເຫດການໄດ້ເລົ່າວ່າ: ຂະນະເຮືອແພລຳດັ່ງກ່າວກຳລັງລອຍຢູ່ແຄມຝັງພັດທະຍາ ກໍຄອຍຈົມລົງ ໂດຍບໍ່ຮູ້ສາເຫດ.

ກ່ອນເຈົ້າໜ້າທີ່ຈະລະດົມກຳລັງເຂົ້າກວດສອບ, ຈາກການກວດສອບເບື້ອງຕົ້ນພົບວ່າ: ປ້ຳນ້ຳຂອງເຮືອແພ ເກີດປັນຫາຂັດຂ້ອງເຮັດໃຫ້ລະບົບນ້ຳບໍ່ສາມາດລະບາຍນ້ຳໄດ້ຈຶ່ງຄ່ອຍໆຈົມ.

ສຳລັບເຮືອບແພ ຄາເຄນຽນ ເປີດໃຫ້ບໍລິການໃນຮູບແບບຄາເຟ່ຄອກເທລກາງທະເລ ໂດຍມີເຮືອສະປີດໂບດບໍລິການຮັບສົ່ງຂຶ້ນເຮືອແພ.
