Lao News

ຄືນນີ້.! ປະກົດການດາວຫາງ ເຂົ້າໃກ້ໂລກທີ່ສຸດ ໃນຮອບ 50.000 ປີ ສາມາດເຫັນໄດ້ດ້ວຍຕາເປົ່າ

ດາວຫາງນີ້ຊື່ວ່າ: C/2022 E3 (ZTF) ສາມາດເບິ່ງເຫັນໄດ້ໃນວັນທີ 1-2 ສາມາດສັງເກດເຫັນໄດ້ໃນເວລາ 22:00 ເປັນຕົ້ນໄປ ຖ້າຫາກວ່າທ້ອງຟ້າມືດສະໜິດ. ສັງເກດດາວຫາງໄດ້ທາງທ້ອງຟ້າທິດເໜືຶອ ບໍລິເວນກຸ່ມດາວ Camelopardalis.

ດາວຫາງທີ່ສາມາດເບິ່ງເຫັນໄດ້ແມ່ນມີຈຳນວນ 3 ຫາງໄດ້ແກ່:

“ຫາງໄອອອນ” ເປັນຫາງທີ່ມີລັກສະນະຍາວທີ່ສຸດ ແລະ ແຍກອອກເປັນສອງແສກ

“ຫາງຝຸ່ນ” ມີລັກສະນະກະຈາຍເປັນຝຸ່ນ ກະຈາຍໄປທາງຊ້າຍ ເປັນຫາງທີ່ເຫັນບໍ່ແຈ້ງທີ່ສຸດໃນບັນດາສາມຫາງ

“Antitail” ເປັນຫາງທີ່ປາກົດໃນໄລນະເວລາສັ້ນໆ ສາມາດເຫັນໄດ້ໃນໄລຍະທີ່ດາວຫາງໂຄຈອນມາລະຫວ່າງໂລກ ກັບດວງຕາເວັນ

ດາວຫາງ C/2022 E3 (ZTF) ເປັນດາວຫາງຄາບຍາວທີ່ໂຄຈອນອ້ອມຮອບດວງຕາເວັນໜຶ່ງຮອບໃຊ້ເວລາປະມານ 50.000 ປີ, ຄົ້ນພົບໃນເວລາຕົ້ນເດືອນມີນາ ປີ 2022 ໂດຍເຄືອຂ່າຍກ້ອງສຳຫຼວດທ້ອງຟ້າມຸມກ້ວາງ Zwicky Transient Facility ໃນຕອນທຳອິດດາວຫາງຍັງບໍ່ມີຄວາມສະຫວ່າງຫຼາຍ ຈົນສັງເກດໄປເລື້ອຍໆກໍໍຍິ່ງສະຫວ່າງຂຶ້ນ ຈົນນັກດາຣາສາດຊາບວ່າເປັນດາວຫາງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button