ແຂວງບໍລິຄຳໄຊ ບັນລຸມາດຕະຖານບ້ານພົ້ນທຸກແລ້ວ 91%

ຄວາມພະຍາຍາມຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ປະຊາຊົນຢູ່ດີກິນດີ ເປັນຄວາມມຸ້ງຫວັງຂອງພັກ-ລັດທີ່ຢາກໃຫ້ບັນລຸໂດຍໄວ ສຳລັບແຂວງບໍລິຄຳໄຊ ມາຮອດປະຈຸບັນ ບ້ານທີ່ພົ້ນທຸກແລ້ວປະມີນໄດ້ 91% ຂອງຈຳນວນບ້ານທັງໝົດ ໝາຍຄວາມວ່າຍັງພຽງ 8% ກວ່າໆ.

ພິເສດສາມາດແກ້ໄຂຄອບຄົວທີ່ບັນລຸມາດຖານທຸກຍາກກວມເອົາ 96,54%,

ຄອບຄົວທີ່ຍັງທຸກຍາກ ກວມເອົາ 3,9%, ບ້ານທີ່ບັນລຸມາດຕະຖານພົ້ນທຸກ ກວມເອົາ 91,54%, ບ້ານຍັງທຸກຍາກກວມເອົາ 8,45% ແລະ ບ້ານທີ່ບັນລຸມາດຕະຖານພັດທະນາ ກວມເອົາ 97,57% ຂອງຈໍານວນບ້ານໃນທົ່ວແຂວງ.

ສຳລັບແຂວງບໍລິຄຳໄຊ ນອກຈາກການພັດທະນາໃນວຽກງານອື່ນໆແລ້ວຍັງມີກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ສາມາດລະດົມທຶນຊ່ວຍເຫຼືອສັງຄົມ ໄດ້ທັງໝົດ 324 ລ້ານກວ່າກີບ.

ແລະ ຊ່ວຍເຫຼືອດ້ານການສຶກສາ, ດ້ານສາທາ ແລະ ຄອບຄົວທຸກຍາກ ລວມເປັນເງິນ 566 ລ້ານກວ່າກີບ.

..

Related Posts

Leave a Reply

Your email address will not be published. Required fields are marked *