Lao News

ທຸລະກິດກຳລັງໄປໄດ້ດີແທ້ໆ! ສຸດທ້າຍຖືກກັກຕົວ

😅ທຸລະກິດກຳລັງໄປໄດ້ດີແທ້ໆ! ສຸດທ້າຍຖືກກັກຕົວ ຜູ້ຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລກຣາມ.

ເຫດເກີດໃນວັນທີ 2 ກຸມພາ 2023 ປກສ ກຸ່ມ ສາລາຄໍາ ຮ່ວມກັບສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ດົງໂພສີ, ກັກຕົວຜູ້ເຄື່ອນໄຫວຄ້າຂາຍໃບກະທ້ອມ ແລະ ປຸ່ງແຕ່ງເຄື່ອງດື່ມນໍ້າໃບກະທ້ອມ.

ເພື່ອຈໍາໝ່າຍ 2 ຄົນ ຊື່ ທ້າວ ດວງດີ, ອາຍຸ 22 ປີ, ກຳມະກອນ, ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ, ພັກເຊົາຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ແລະ ທ້າວ ສຸກສະຫວັດ ອາຍຸ 66 ປີ,

ກຳມະກອນ, ບ້ານນາໄຫ ເມືອງຫາດຊາຍຟອງ ນວ, ພ້ອມຂອງກາງ ໃບກະທ້ອມ 136 ກິໂລກຣາມ, ແກ້ວຢາດີໄອ 52 ແກ້ວ, ຢາດີໄອ 16 ແກ້ວ, ກະຕຸກຢາງ 270 ກະຕຸກ, ນໍ້າຕານໝາກຟ້າວ 16 ແກ້ວ. ມາດໍາເນີນຄະດີ.

ຜ່ານການ ສືບສວນ ພວກກ່ຽວຮັບສາລະພາບວ່າ: ເລີ່ມເຄື່ອນໄຫວນຳໃບກະທ້ອມມາຂາຍເປັນໃບສົດ ແລະ ຕົ້ນປຸງແຕ່ງເປັນເຄື່ອງດື່ມຂາຍ ຫຼາຍຄັ້ງແຕ່ ເດືອນ ຕຸລາ ປີ 2022

ເປັນຕົ້ນມາ, ສ່ວນໃບກະທ້ອມ ໄດ້ຕິດຕໍ່ຊື້ນໍາເຂົ້າຈາກປະເທດເພື່ອນບ້ານ, ພາຍຫຼັງປຸງແຕ່ງສຳເລັດກໍນຳໄປຈຳໜ່າຍຂາຍ ໃຫ້ໄວໝຸ່ມ ທີ່ສັ່ງຊື້ຕາມຮ້ານອາຫານ, ເຊິ່ງເປັນການລະເມີດຕໍ່ແຈ້ງການ ສະບັບເລກທີ 13/ປກສ, ລົງວັນທີ 14 ກັນຍາ 2022.

ນໍ້າກະທ້ອມທີ່ຢຶດໄວ້ໃນເວລາກັກຕົວ ພາຍຫຼັງສອບສວນຂະຫຍາຍຜົນ ເປີດກ້ວາງຮູ້ຂໍ້ມູນລະອຽດຊັດເຈນ ເຈົ້າໜ້າທີ່ ຈະນຳເອົາໄປທຳລາຍຖີ້ມ ສ່ວນການດຳເນີນຄະດີ ປະຕິບັດຕາມກົດໝາຍ.

Cr: ຄວາມສະຫງົບນະຄອນຫຼວງວຽງຈັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button