ຈາກທີ່ຢູ່ສູງສຸດໆກາຍເປັນດິງລົງມາຕ່ຳສຸດໆຈົນຕ້ອງອາໄສນອນຢູ່ແຄມທາງ

ຈາກທີ່ຢູ່ສູງສຸດໆກາຍເປັນດິງລົງມາຕ່ຳສຸດໆຈົນຕ້ອງອາໄສນອນຢູ່ແຄມທາງ ເປີດຊີວິດປະຈຸບັນ “ອາທິດຣິວ”ອະດີດຊຸບຕາໃນຍຸກ90 (ໄທ) ຊີວິດພິກຜັນກາຍເປັນພໍ່ຄ້າຂາຍຂອງມືສອງຕາມຕະຫຼາດນັດ.

ລາຍການ ວັນບັນເທິງ ໄດ້ອອກມາເປີດເຜີຍຊີວິດປະຈຸບັນຂອງ ” ອາທິດຣິວ”ອະດີດດາຣາໄວລຸ່ນໃນຍຸກ90 ປະຈຸບັນຊີວິດພິກຜັນຈົນເກືອບຈື່ບໍ່ໄດ້.

ກາຍເປັນພໍ່ຄ້າຂາຍຂອງມືສອງຕາມຕະຫຼາດນັດລ້ຽງຊີບ ຊັບສົມບັດທີ່ເຄີຍມີ ຕອນນີ້ຫມົດຕົວ ບໍ່ມີຮອດເຮືອນ ບາງເທື່ອຕ້ອງອາໄສໄປອາບນ້ຳຕາມປ້ຳນ້ຳມັນ ປ່ຽນຂ້າງທາງເປັນທີ່ຫລັບທີ່ນອນ ແຖມຍັງປ່ວຍເປັນໂລກໄບໂພລ້າ ໃຊ້ເວລາຮັກສາມາດົນນານ 10ປີແລ້ວ.

ສ່ວນສາເຫດທີ່ປິ່ນຫລັງໃຫ້ກັບວົງການບັນເທີງມາດົນກວ່າ 17ປີນັ້ນ ເປັນເພາະຕ້ອງຜະເຊີນກັບບັນຫາຂອງຊີວິດຫຼາກຫຼາຍ ຈຶ່ງບໍ່ມີຄວາມສຸກກັບການເຮັດວຽກແບກຮັບຕວາມກົດດັນລວມເຖີງຄວາມຮັກທີ່ບໍ່ສົມຫວັງ

ມີບັນຫາພາຍໃນຄອບຄົວ ມີລູກກໍ່ຖືກຂັດຂວາງບໍ່ໃຫ້ພົບຫນ້າ ເລີຍຕ້ອງແກ້ໄຂບັນຫາດ້ວຍການດື່ມເຫຼົ້າເພື່ອຜ່ອນຄາຍຄວາມຄຽດ ແຕ່ຊີວິດກໍ່ຍິ່ງດິງລົງເຫວ.

*ໃຜຢູ່ໃນຍຸກ90ຈະຮູ້ດີ

Related Posts

Leave a Reply

Your email address will not be published. Required fields are marked *