ຮອງນາຍົກ ຢ້ຽມຢາມເຈົ້າໜ້າທີ່ໄດ້ຮັບບາດເຈັບຈາກເຫດການຄົນຮ້າຍກໍ່ອາລະວາດທີ່ເມືອງນານ

ຮອງນາຍົກ ຢ້ຽມຢາມເຈົ້າໜ້າທີ່ໄດ້ຮັບບາດເຈັບຈາກເຫດການຄົນຮ້າຍກໍ່ອາລະວາດທີ່ເມືອງນານ

ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະໄດ້ລົງຢ້ຽມ ຢາມ ຮທ ພົມມະລາ ວິມະຈິດຕະພົງ ແລະ ຮຕ ສົມໃຈ ແກ້ວມະນີຄະ ພະ ນັກງານກອງບັນຊາການ ປກສ ເມືອງ ນານ ແຂວງຫຼວງພະບາງ ທີ່ໄດ້ຮັບບາດ ເຈັບໃນການປະຕິບັດໜ້າທີ່ປ້ອງກັນເວນ ຍາມຢູ່ທະນາຄານແຫ່ງໜຶ່ງຢູ່ເມືອງນານ ແຂວງຫຼວງພະບາງ

ໃນວັນທີ 8 ກຸມພາ 2023 ທີ່ໂຮງຫມໍສູນກາງ 103.

ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນວັນທີ 6 ກຸມພາ 2023 ຄືນເກີດເຫດ ໄດ້ມີຄົນຮ້າຍເພດຊາຍ ຈໍານວນ 1 ຄົນ ລັກເຂົ້າເຮືອນພັກຕຳຫຼວດທີ່ປ້ອງກັນທະນາຄານ ໃນເວລານັ້ນເຈົ້າໜ້າທີ່ກໍາລັງກິນ ເຂົ້າຢູ່ໃນເຮືອນຄົວ,

ຄົນຮ້າຍເຂົ້າໄປຫ້ອງ ນອນຂອງເຈົ້າໜ້າທີ່ຈັບເອົາຈັບປືນ AK ຈໍານວນ 1 ກະບອກ ມີລູກປືນ 30 ລູກ ແລ້ວກໍ່ອາລະວາດ, ພໍເຫັນຄົນຮ້າຍເຈົ້າ ໜ້າທີ່ຮີບຄວບຄຸມຕົວ ຜູ້ກໍ່ເຫດໄດ້ໃຊ້ປືນ ນາບຂູ່ ເມື່ອເປັນແນວນັ້ນເຈົ້າໜ້າທີ່ຊຸດ ປະຈໍາຢູ່ທະນາຄານດັ່ງກ່າວ ຈຶ່ງໄດ້ປະສານ ຫາກອງບັນຊາການ ປກສ ເມືອງ ເພື່ອສະ ກັດຜູ້ກໍ່ເຫດ.

ໃນຂະນະນັ້ນ, ຄົນຮ້າຍກໍ ໄດ້ນຳໃຊ້ອາວຸດຍິງຕອບໂຕ້ເຈົ້າໜ້າທີ່ ຈົນໄດ້ຮັບບາດເຈັບ 4 ຄົນ; ໃນນີ້, ມີປະ ຊາຊົນ 2 ຄົນ ຕໍ່ຜູ້ໄດ້ຮັບບາດເຈັບແມ່ນ ໄດ້ນໍາສົ່ງປິ່ນປົວຢູ່ໂຮງໝໍ, ມາຮອດປັດ ຈຸບັນແມ່ນມີຄວາມປອດໄພແລ້ວ.

ໃນໂອກາດດັ່ງກ່າວ ທ່ານຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ຮັບຟັງການລາຍງານໃນການ ປິ່ນປົວຈາກພະນັກງານ ແພດໝໍນັບແຕ່ມື້ທີ່ເຂົ້າໂຮງໝໍມາຮອດມື້ນີ້ເຫັນວ່າ ອາການ ຂອງຄົນເຈັບແມ່ນດີຂຶ້ນ ແລະ ທ່ານຍັງໄດ້ ໃຫ້ກໍາລັງໃຈຕໍ່ນາຍ ແລະ ພົນຕໍາຫຼວດ 2 ສະຫາຍທີ່ໄດ້ຮັບບາດເຈັບໃນການຈັດ ຕັ້ງປະຕິບັດໜ້າທີ່ປ້ອງກັນເວນຍາມໃນ ຄັ້ງນີ້ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສືບຕໍ່ ປິ່ນປົວໃຫ້ຫາຍດີ.

ຕໍ່ກັບເຈົ້າໜ້າທີ່ທັງສອງແມ່ນທາງກະຊວງປ້ອງກັນຄວາມສະຫງົບໄດ້ສົມທົບ ກັບກົມປະກັນສັງຄົມ ມອບເງິນອຸດໜູນຊ່ວຍເຫຼືອໃນການປິ່ນປົວເບື້ອງຕົ້ນຄອບ ຄົວລະ 20 ລ້ານກີບ;

ເຊິ່ງໃນນັ້ນ, ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ກໍໄດ້ມີນໍ້າໃຈສ່ວນຕົວມອບເງິນໃຫ້ ນາຍຕໍາຫຼວດທີ່ໄດ້ຮັບບາດເຈັບສາຫັດ ອີກຈໍານວນໜຶ່ງ.

ພາບ-ຂ່າວ: ສົມສະໄຫວ

Related Posts

Leave a Reply

Your email address will not be published. Required fields are marked *