ນັກທ່ອງທ່ຽວຕົກເຫວທີ່ເມືອງງອຍ.

ນັກທ່ອງທ່ຽວຊາວອິສະລະເອລ 2 ຄົນຫາກພາກັນໄປທ່ຽວເມືອງງອຍເກົ່າ ແຂວງຫຼວງພະບາງ ໄດ້ຫຼົງປ່າ ແລະຕົກເຫວ.

ເມື່ອຮູ້ວ່າມີນັກທ່ອງທ່ຽວຫາຍໄປ ປະຊາຊົນແລະກອງຫຼອນບ້ານ ໄດ້ພາກັນອອກໄປຊອກຫາຢູ່ 2 ມື້ ຈຶ່ງພົບເຫັນ.

ດ້ານສະຖານທູດອິສະລະເອລ ໄດ້ປະສານຫາໂຮງໝໍກະເສມລາດ ໄປວ່າຈ້າງເຮລິຄັອບເຕີ ຂອງລາວສະກາຍເວ ໄປຮັບນັກທ່ອງທ່ຽວດັ່ງກ່າວມາເຂົ້າໂຮງໝໍຢູວຽງຈັນ ທີ່ໂຮງໝໍກະເສມລາດ ປັດຈຸບັນນັກທ່ອງທ່ຽວປອດໄພແລ້ວ.
