ລົດໃຫຍ່ເສຍຫລັກປີ້ນ ເສຍຊີວິດຄາທີ່ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງ ອຸດົມໄຊ

ລົດໃຫຍ່ເສຍຫລັກປີ້ນ ເສຍຊີວິດຄາທີ່ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງ ອຸດົມໄຊ.

ຕາມການລາຍການຂອງໜ່ວຍກູ້ໄພແຂວງອຸດົມໄຊໃຫ້ຮູ້ວ່າ: ເວລາ 21:45 ນາທີ ຂອງວັນທີ 14 ກຸມພາ 2023,​ ໄດ້ຮັບແຈ້ງເຫດຈາກປະຊາຊົນ ວ່າມີອຸບັດເຫດລົດໃຫຍ່ເສຍຫລັກປີ້ນ.​

*ຈຸດເກີດເຫດ: ເສັ້ນທາງເຂົ້າບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ. ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງໄດ້ອອກກວດສອບພົບເຫັນຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 55 ປີ; ບ້ານ ບໍ່ ເມືອງໄຊ ແຂວງອຸດົມໄຊ; ອາການເບື້ອງຕົ້ນ: ບໍ່ມີບາດແຜຕາມຮ່າງກາຍ (ເສຍຊີວິດຄາທີ່).

ສະນັ້ນ, ທາງໜ່ວຍງານກູ້ໄພຈຶ່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໃຫ້ຍາດຕິພີ່ນ້ອງເຮັດພິທີທາງສາສະໜາ.

ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະ ຍາດພີ່ນ້ອງກັບການສູນເສຍໃນເຫດການຄັ້ງນີ້ດ້ວຍ.

#ຂ່າວພາຍໃນລາວພັດທະນາ #ເຫດການ #ອຸບັດເຫດ

Related Posts

Leave a Reply

Your email address will not be published. Required fields are marked *