ເຫດໄຟໄໝ້ເສົາໄຟຟ້າ ສອງມື້ລຽນ ທີ່ເຂດ ສາມແຍກນາໄຊ ກົງກັນຂ້າມ ປໍ້າ ປຕທມື້ນີ້ 15/02/2023 ເວລາ 09:44 ໂມງ.

ວັນທີ 15 ກຸມພາ 2023 ເວລາປະມານ 10:00 ນາທີ.

ເກີດເຫດໄຟໄໝ້ສາຍໄຟ ຢູ່ບໍລິເວນເສົາໄຟຟ້າ 3 ແຍກນາໄຊ ຊຶ່ງຄ່ຳຂອງມື້ວານນີ້ ວັນທີ 14 ກຸມພາ ກໍ່ໄດ້ເກີດເຫດການແບບດຽວກັນຈຸດດຽວກັນແອດບໍ່ເຂົ້າໃຈວ່າເປັນຫຍັງການຈັດລະບຽບສາຍໄຟ

ສາຍໂທລະສັບ ສາຍເຄເບີ້ນ ຈຶ່ງປ່ອຍປະໃຫ້ມັນຮົກເຮື້ອ ແລະ ນຳພາສູ່ການເກີດຄວາມສ່ຽງແທ້ ໜ່ວຍງານ ແລະ ບໍລິສັດບໍ່ຄິດຈະແກ້ໄຂຫຍັງແດ່ບໍ?

ຫຼື ຊິປ່ອຍປະເລີຍຕາມເລີຍໄປແບບນັ້ນ ທັງບໍ່ຈົບງາມ ແລະ ອາດເກີດອັກຄີໄພແກ່ຊັບສິນປະຊາຊົນໄດ້ແບບນີ້ ຄືບໍ່ຫາວິທີການແກ້ໄຂ?

ຄລິບຈາກ ຄຳພອນ ຈວງຈັນ

Related Posts

Leave a Reply

Your email address will not be published. Required fields are marked *