Lao News

ທ່ານໃດກົດອ່ານກົດແຊຣ໌ຂໍໃຫ້ມີຄວາມອຸດົມສົມບູນໃນຊີວິດເປີດຊັບຮັບໂຊກຂອງທ່ານເທີ້ນ

ຄວາມໝາຍການບູຊາດ້ວຍໝາກໄມ້ມຸງຄຸນ9ຊະນິດ.ສະບາຍດີແຟນເພຈ, ມື້ນີ້ທີມຂ່າວພູຜາມິເດຍຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ທີ່ນິຍົມນຳມາບູຊາເຊິ່ງໃນທີ່ນີ້ຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ມຸງຄຸນ9ຢ່າງທີ່ນິຍົມນຳບູຊາໃນໂອກາດພິເສດຕ່າງໆດັ່ງນີ້ :

1.ໝາກກ້ຽງ : ໝາຍເຖິງຄວາມໂຊກດີ ຮັ່ງມີເງິນຄໍ່າ.

2.ໝາກແອັບເປິ້ນ : ໝາຍເຖິງຄວາມສະຫງົບສຸກ ມີສັນຕິພາບ ຄອບຄົວສະຫງົບສຸກ ບໍ່ວຸ້ນວາຍ ບໍ່ມີໂລກໄພໄຂ້ເຈັບ.

3.ໝາກສາລີ້ : ໝາຍເຖິງຄວາມຮັ່ງມີ ໂຊກລາບ ພົບພໍ້ ແຕ່ສິ່ງທີ່ດີໆ.

4.ໝາກເລີແຊັ້ງ ຫລື ອະງຸ່ນ : ໝາຍເຖິງຄວາມໂຊກດີ ແລະ ລ້ຳລວຍ ພ້ອມທັງມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານ.

5.ໝາກກ້ວຍ : ໝາຍເຖິງການມີບໍລິວານທີ່ດີ ແລະ ມີລູກຫລານສືບສະກຸນ.

6.ໝາກມັງກອນ : ໝາຍເຖິງຄວາມອຸດົມສົມບູນ ແລະ ມີໂຊກລາບໃຫຍ່.

7.ໝາກນັດ : ໝາຍເຖິງຄວາມຮອບຮູ້ ຮອບຄອບ ເບິ່ງກວ້າງເຫັນໄກແບບມີວິໄສທັດທີ່ດີໃນບາດກ້າວຂອງຊີວິດ.

8.ໝາກລີ້ນຈີ່ : ໝາຍເຖິງການເສີມສິຣິມຸງຄຸນໃຫ້ຊີວິດ.

9.ໝາກພິລາ : ໝາຍເຖິງການມີຄວາມສາມັກຄີ ມີຄວາມອົບອຸ່ນພາຍໃນຄອບຄົວ ມີຄວາມເອື້ອເຟື້ອເພື່ອແຜ່.

ຊ່ວຍເຫລືອຈຸນເຈືອເຊິ່ງກັນ ແລະ ກັນ ປາດສະຈາກຄວາມຂັດແຍ່ງ ພ້ອມດຽວກັນນີ້ຍັງເປັນໝາກໄມ້ທີ່ເຊື່ອວ່າມີພະລັງງານດົນບັນດານໃຫ້ຄອບຄົວທີ່ຢາກໄດ້ລູກຜູ້ຊາຍໄວ້ສືບທອດວົງຕະກູນນັ້ນມີຄວາມສົມຫວັງໃນຄໍາອະທິຖານ ແລະ ຍັງເປັນໝາກໄມ້ທີ່ເຊື່ອວ່າມີພະລັງງານທີ່ສາມາດປ້ອງກັນໄພອັນຕະລາຍ ແລະ ກຳຈັດສິ່ງບໍ່ດີໃຫ້ໝົດໄປ.

ແອັດມິນຂໍອວຍພອນໃຫ້ແຟນເພຈມີຄວາມສຳເລັດສົມຫວັງໃນຄຳອະທິຖານຂອງທ່ານດ້ວຍດີເທີ້ນ.ຂໍຂອບໃຈຂໍ້ມູນ:ວາລະສານເທວາ TAVA Magazine

Related Articles

Leave a Reply

Your email address will not be published. Required fields are marked *

Back to top button