ຂ່າວດີມາຮອດແລ້ວ! ສອງເມືອງສະໝັກດວ່ນ ໄປເຮັດວຽກລະດູການຢູ່ເກົາຫຼີ ຕ້ອງການຈຳນວນ 300 ຄົນ

ສອງເມືອງສະໝັກດວ່ນ🇰🇷🇰🇷🇰🇷ປະກາດລົງທະບຽນຮັບສະໝັກແຮງງານເມືອງ ຫາດຊາຍຟອງ ແລະ ເມືອງ ໄຊທານີນະຄອນຫຼວງວຽງຈັນ ເພື່ອໄປເຮັດວຽກຕາມລະດູການທີ່ເມືອງ ຈອງຊອນ, ສ.ເກົາຫຼີ.

ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ຫ້ອງການ ກະຊວງ ຮສສ ແຈ້ງມາຍັງທ່ານ ເພື່ອປະກາດຮັບສະໝັກ ແລະ ຂຶ້ນທະບຽນແຮງງານ ດັ່ງລາຍລະອຽດລຸ່ມນີ້:

ອີງຕາມ ໜັງສືແຈ້ງເຈດນໍານົງ ການນໍາໃຊ້ແຮງງານຕາມລະດູການຂອງ ສປປ ລາວ ຈາກເມືອງ ຈອງຊອນ.ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເມືອງ ຈອງ. ຈຳນວນທັງໝົດ 300 ຄົນ ໃນກາງເດືອນ ເມສາ 2023. ສະນັ້ນ.

1. ໃຫ້ພະແນກ ຮສສ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການ ຮສສ ເມືອງ ໄຊທານີ ເພື່ອຂຶ້ນທະບຽນແຮງງານ ຂອງເມືອງ ໄຊທານີ ທີ່ມີຄວາມສົນໃຈໄປເຮັດວຽກຢູ່ ເມືອງ ຈອງຊອນ ຈຳນວນ 300 ຄົນ ໃນໄລຍະວັນທີ 13-17 ກຸມພາ 2023. ພາຍຫຼັງຂຶ້ນທະບຽນສຳເລັດແລ້ວ, ກົມການຈັດຫາງານ ພ້ອມດ້ວຍຄະນະ ຈະລົງໄປສຳພາດຄັດເລືອກ ເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງ ປະເທດ ສ.ເກົາຫຼີ ໃນລະຫວ່າງວັນທີ 20-21 ກຸມພາ 2022.
2. ໃຫ້ພະແນກ ຮສສ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການ ຮສສ ເມືອງ ຫາດຊາຍຟອງ ເພື່ອຂຶ້ນທະບຽນແຮງງານ ຂອງເມືອງ ຫາດຊາຍຟອງ ທີ່ມີຄວາມສົນໃຈໄປເຮັດວຽກຢູ່ ເມືອງ ຈອງຊອນ ຈຳນວນ 100 ຄົນ ໃນໄລຍະວັນທີ 13-21 ກຸມພາ 2023. ພາຍຫຼັງຂຶ້ນທະບຽນສຳເລັດແລ້ວ, ກົມການຈັດຫາງານພ້ອມດ້ວຍຄະນະ ຈະລົງໄປສຳພາດຄັດເລືອກ ເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງ ປະເທດ ສ.ເກົາຫຼີ ໃນລະຫວ່າງວັນທີ 22-23 ກຸມພາ 2022.

…

ແຫລ່ງທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ.