Lao News
ພົບໄຫບູຮານ ຢູ່ເມືອງພີນ ແຂວງສະຫວັນນະເຂດ

ພົບໄຫບູຮານ ຢູ່ເມືອງພີນ ແຂວງສະຫວັນນະເຂດ.

ຖວທ ເມືອງພີນ ແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 20 ກຸມພາ 2023 ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງສໍາຫຼວດ ການຄົ້ນພົບໄຫບູຮານ ທີ່ໂຄງການເກັບກູ້ລະເບີດ ຮາໂຫຼທັດ ກວດພົບຢູ່ທົ່ງນາ ບ້ານພີນ, ເມືອງພີນ, ແຂວງສະຫວັນນະເຂດ.

ໃນໄຫ ມີເງິນອັດປ່ອງ ຈໍານວນ 1.646 ອັນ ສ່ວນເຄື່ອງຂອງວັດຖຸບູຮານດັ່ງກ່າວ ແມ່ນເຈົ້າຂອງນາໄດ້ມອບໃຫ້ ວັດໂພທິສີບຸນເຮືອງ ບ້ານພີນ ເປັນຜູ້ປົກປັກຮັກສາໄວ້.

..

#ຂ່າວຮູບພາບລາວພັດທະນາ #ເຫດການ #ບູຮານຄະດີ