Lao News

ຢາກໃຫ້ແມ່ຍີງໄດ້ອ່ານແລ້ວພິຈາລະນາ ແລ້ວຊິຈື່ໄປຕະຫຼອດຊິວິດ

ພໍ່ຄົນໜຶ່ງ…ກຳລັງເຕືອນສະຕິລູກສາວຂອງເຂົາວ່າ…

“ຄົນບາງຄົນເໝາະສົມກັບລູກ ແຕ່…ເຂົາບໍ່ຮັກລູກ.

ຄົນບາງຄົນຮັກລູກ ແຕ່…ເຂົາບໍ່ເໝາະສົມກັບລູກ ຖ້າຢາກຮູ້ວ່າເຂົາຮັກຈິງຫຼືບໍ່ ຢ່າໃຊ້ຫູຟັງ ແຕ່ຈົ່ງໃຊ້ຕາເບິ່ງ ວ່າເຂົາຈະທຸ້ມເທຕໍ່ລູກສັກພຽງໃດ.

ຫາກຢາກຮູ້ວ່າເຂົາເໝາະສົມກັບລູກ ຫຼືບໍ່ ຢ່າຕັດສີນເຂົາວ່າ ມີອັນໃດ? ແຕ່ຈົ່ງຕັດສິນຈາກຮອຍຍີ້ມຂອງລູກ ແລະນໍ້າຕາທີ່ຕ້ອງຫຼັ່ງໄຫຼເພາະເຂົາ…

ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີນັ້ນ ຕໍ່ໃຫ້ພຽບພ້ອມປານໃດກໍ່ຢ່າເລືອກຝາກຊີວິດໄວ້…

ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດ ກໍ່ຄຸ້ມຄ່າທີ່ຈະຝາກຊີວິດໄວ້.

“ຈົ່ງເລືອກເໝື່ອຍເພາະຫົວ ຢ່າເລືອກສະບາຍຕົວ ແຕ່ຮ້ອງໄຫ້ທຸກມື້”

ເລືອກຄົນທີ່ເກັບຮູບເຮົາ ໄວ້ໃນກະເປົາເງິນຂອງເຂົາເລືອກຄົນທີ່ກ້າໂພສຮູບເຮົາ ໄວ້ໜ້າໄທມ໌ໄລນ໌ຂອງເຂົາ ເລືອກຄົນທີ່ກ້າໃຫ້ເຮົາ ຮູ້ຄວາມເຄື່ອນໄຫວຂອງເຂົາ ເລືອກຄົນທີ່ກ້າທຸ່ມເທ ຄວາມຮັກໃຫ້ກັບເຮົາ…

ຫາກການຄົບຫາກັນແລ້ວ ເຂົາຄົນນັ້ນບໍ່ໄດ້ຊ່ວຍໃຫ້ເຮົາດູດີຂຶ້ນໃນສາຍຕາຂອງຄົນອື່ນ ພໍ່ຕ້ອງສະແດງຄວາມເສຍໃຈນຳ “ເຈົ້າເລືອກຄົນຜິດແລ້ວ” ເພາະຖ້າຫາກເຂົາຮັກເຮົາຈິງ ເຂົາຈະບໍ່ຍອມໃຫ້ຄົນຮັກຂອງເຂົາຕົກຕໍ່າໃນສາຍຕາຂອງຜູ້ໃດ.

ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດຊີວິດ

ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດຊົ່ວຄາວ

ຄົນທີ່ຕ້ອງການໃຊ້ຊິວິດກັບເຈົ້າທັງຊີວິດນັ້ນ ເຂົາອາດຈະບໍ່ໄດ້ຊື້ເຂົ້າຂອງ ຫຼື ບອກຮັກເຮົາທຸກມື້ ເພາະເຂົາຈະພະຍາຍາມສ້າງຕົວເພື່ອເຈົ້າ ແລະ ຄອບຄົວ.

ຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວນັ້ນ ເຂົາຈະຖວາຍທຸກສິ່ງທຸກຢ່າງໃຫ້ກັບເຈົ້າ ສະເໝືອນວ່າ “ຫາກຂາດເຈົ້າ ເຂົາຂາດໃຈ”

ດັ່ງນັ້ນ “ຜູ້ຊາຍດີໆ ຈະຄິດເຖິງການຮ່ວມຊີວິດ” ສ່ວນ “ຜູ້ຊາຍຊົ່ວໆ ຈະຄິດເຖິງການຮ່ວມຫຼັບນອນ”ທີ່ເວົ້າແບບນີ້ ກໍ່ເພາະພໍ່ເປັນຜູ້ຊາຍ ເຊິ່ງຜູ້ຊາຍຍ່ອມຮູ້ສັນດານແຫ່ງຜູ້ຊາຍໄດ້ດີຍິ່ງກວ່າໃຜໆໃນໂລກນີ້.

ລູກເອີຍ! ເຈົ້າຮັກຕົວເອງໄດ້ຫຼາຍເທົ່າໃດ ເຈົ້າກໍ່ມີຄ່າແກ່ຕົວເອງ ແລະຄົນອື່ນຫຼາຍເທົ່ານັ້ນ…

ຢ່າເອົາອົກເອົາໃຈຄົນອື່ນຈົນລືມຫ່ວງໄຍຕົວເອງ ຊີວິດໜຶ່ງໆບໍ່ໄດ້ຍາວເໝືອນສາຍໄຟຟ້າ ລູກຈົ່ງຈົດຈຳໄວ້ວ່າ “ຫາກການມີຄູ່ແລ້ວເປັນທຸກ ຢູ່ຄົນດຽວນັ້ນແຫຼະດີກ່ວາ ແລ້ວພໍ່າພຽນຮັກສາດວງໃຈນ້ອຍໆຂອງເຈົ້າໃຫ້ເປັນສຸກ ດ້ວຍຕົວເຈົ້າເອງເຖີດ!

🙏🙏🙏ສາທຸຂອບຄຸນຈາກຄຳເຕືອນຂອງພໍ່ສອນລູກສະຕຣີ❤

ສາມາດກົດໄລກົດແຊໃຫ້ເພື່ອນສະໜິດມິດສະຫາຍໄດ້ອ່ານເພື່່ອເປັນປະໂຫຍດຕໍ່ການໃຊ້ຊີວິດ🙏🙏🙏

ປລ.ຢ່າຟ້າວເຂົາໃຈຜິດຮູບພາບຂໍ່ສົມມາຂາລະວະບິດາມານດາຮູບບຸດລະດີເອງ!

ຂໍ່ຂອບໃຈທີສະລະເວລາມາອ່ານຂໍ່ຄິດດີໆບຸດລະດີມາແປງປັນໃຫ້ເລັກໆນ້ອຍໆໃຫ້ກັບພີນ້ອງເຮົາທຸກຄົນເດີ!

😍ດ້ວຍຮັກ….ບຸດລະດີ😍

Related Articles

Leave a Reply

Your email address will not be published. Required fields are marked *

Back to top button