Lao News
ແຕ່ງແລ້ວ! ດາລາໄທ ເຊື້ອສາຍລາວ ໜຸ່ມອານັນດາ

ແຕ່ງແລ້ວ! ດາລາໄທເຊື້ອສາຍລາວ ອະນັນດາ ເອເວີຣິງແຮມ ເຂົ້າວິວາກັບສາວໄທສຸດງາມ.

ອະນັນດາ ເອເວີຣິງແຮມ ນັກສະແດງລູກຊອດ ລາວ-ອົດສະຕາລີ ທີ່ເປັນນັກສະແດງຊື່ດັງທີ່ປະເທດໄທ ແລະ ຢູ່ໃນວົງການບັນເທີງໄທມາຫຼາຍປີ.

ພິທີແຕ່ງງານຖືກຈັດຂຶ້ນໃນວັນທີ 20 ກຸມພາ 2023 ທີ່ຜ່ານມານີ້, ເຈົ້າສາວຂອງອະນັດດາກໍແມ່ນ.

ນັດ ນິດຊາ, ຜູ້ທີ່ປ່ຽນໃຈໃຫ້ອະນັນດາທີ່ເຄີຍໃຫ້ສໍາພາດນັກຂ່າວຫຼາຍປີກ່ອນວ່າບໍ່ຢາກແຕ່ງງານໄດ້.

ໃນປີ 2021 ອະນັນດາໄດ້ບອກນັກຂ່າວວ່າ ‘ຢາກແຕ່ງງານ’ ແລະ ໃນປີ 2022 ກໍໄດ້ຄຸກເຂົ່າຂໍແຕ່ງງານແຟນສາວໃນທີ່ສຸດ!ຂໍສະແດງຄວາມຍິນດີກັບບ່າວສາວຄູ່ໃໝ່ເດີ!

Cr: muan.la