ສະໝັກດ່ວນ! ຕ້ອງໂຊເຟີ້ລົດຈຳນວນຫຼາຍ ເງິນເດືອນເລີ່ມຕົ້ນ 3.000.000-6.000.000 ກີບ ຟຮີຫໍພັກ- ລ້ຽງເຂົ້າ 3 ຄາບ

ສະບາຍດີ
ສຳລັບໃຜທີ່ວ່າງວຽກ ແລະ ຕ້ອງການເຮັດວຽກຮ່ວມກັບທີມງານຂອງບໍລິສັດ ທາງເຮົາຍັງເປີດຮັບສະໝັກຫຼາຍຕຳແໜ່ງລາຍລະອຽດດັ່ງລຸ່ມນີ້:
1. ໂຊເຟີລົດຈົກ
2. ໂຊເຟີລົດດ້າມ
3. ໂຊເຟີລົດຕັກ
4. ໂຊເຟີລົດເຄນ 50 t.

5. ຍາມຮັກສາຄວາມປອດໄພ ອາຍຸ 30 ຫາ 50 ປີ
# ຊ່ອງທາງການຕິດຕໍ່ພົວພັນມີ 3 ຊ່ອງທາງ
1. ເຂົ້າມາພົວພັນຫ້ອງການຂອງ ບໍລິສັດຫອມມາ
2. ຕິດຕໍ່ສອບຖາມທາງອີເມວ ( hs.planner16@hotmail.com )

3. ເບີໂທຕິດຕໍ່ຝ່າຍບຸກຄະລາກອນ 020 94 149 280
#ເງື່ອນໄຂໃນການສະໝັກມີດັ່ງລຸ່ມນີ້
1.ເປັນຄົນພື້ນທີ່ ເຂດເມືອງວິລະບູລີ ພິຈາລະນາເປັນພິເສດ
2.ມີປະສົບການ ໃນການເຮັດວຽກຈະພິຈາລະນາເປັນພິເສດ
3.ຮູູ້ລະບົບການນຳໃຊ້ກົນຈັກເປັນຢ່າງດີ
4.ມີຄວາມຮັບຜິດຊອບຕໍ່ໜ້າວຽກ.

5.ຕ້ອງຮູ້ວິທີແກ້ໄຂເຫດການສະເພາະໜ້າໄດ້ດີ
6.ສຸຂະພາບ ແຂງແຮງ ບໍ່ມີພະຍາດປະຈຳໂຕ
7.ຕ້ອງສັກວັກຊີນ ໃຫ້ຄົບ 3 ຫຼື 2 ເປັນເຂັມເພີ່ມ ( Booster )
#ສະຫວັດດີການຈາກບໍລິສັດ
+ ມີອາຫານ 3 ຄາບ
+ ມີສະຖານທີ່ພັກເຊົາໃຫ້
+ ມີວັນພັກໃຫ້ ເຮັດວຽກ 14 ວັນ ພັກ 7 ວັນ ( ຊ່ວງພັກແມ່ນໄດ້ຮັບເງິນປົກກະຕິ )
+ ມີວັນພັກປະຈຳປີໃຫ້ ( 14ວັນ/ປີ )
+ ເຄື່ອງໃສ່ໄປເຮັດວຽກມີແມ່ບ້ານຊັກໃຫ້
+ ມີເງິນເດີນທາງສຳລັບພະນັກງານທີ່ເດີນທາງເມືອພັກ ແລະ ມາແຕ່ພັກ ( ສຳລັບພະນັກງານຕ່າງເມືອງ )

#ເອກະສານຕິດຂັດມີ
1 ໃບຢັ້ງຢືນທີ່ຢູ່ປັດຈຸບັນ
2 ສຳມະໂນຄົວ ຫລື ບັດປະຈຳຕົວ
3 ໃບຂັບຂີ່ ( ສຳລັບລົດຕີນຢາງ )
4 ໃບຜ່ານງານ ຫຼື ເອກະສານອື່ນໆ ທີ່ກ່ຽວກັບໜ້າວຽກ ( ຖ້າມີ )

ເລີ່ມເປີດຮັບສະຫມັກ ແລະ ຕິດຕໍ່ສອບຖາມ ເວລາ 6:00-18:00 ( ຕິດຕໍ່ສອບຖາມຕາມໂມງທີ່ລະບຸໄວ້ )
ບໍລິສັດຕັ້ງຢູ່ ບ້ານປະດົງ ເມືອງວິລະບູລີ ແຂວງສະຫວັນນະເຂດ
