Lao News

ດ່ວນ.! ຕຳຫຼວດ ປອມຖືກຈັບ

ແອບອ້າງເປັນເຈົ້າໜ້າທີ່ ມີຄົນຫຼົງເຊື່ອເສຍເງິນໄປຫຼາຍຮ້ອຍລ້ານກີບ.

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ໃນວັນທີ 04 ກຸມພາ 2023,

ຂໍ້ຫາສໍ້ໂກງຊັບພົນລະເມືອງ ຍ້ອນມີການເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ, ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ແລະແລ່ນຮັບປະກັນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງໄດ້ທຸກແຂວງ

ເຮັດໃຫ້ມີຄົນຫຼົງເຊື່ອ ແລະມີຜູ້ຕົກເປັນເຫຍືອເຖິງ 2 ຄົນ ທີ່ສູນເສຍເງິນໄປນຳຜູ້ກ່ຽວຫຼາຍລ້ານຮ້ອຍລ້ານກີບ.ພັທ ສີພອນ ວິໄລສິນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ:

ໃນວັນທີ 12 ມັງກອນ 2023 ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບເອກະສານຄຳຮ້ອງຟ້ອງຈາກຜູ້ຖືກເສຍຫາຍ ຢູ່ເມືອງສີສັດຕະນາກ ວ່າ: ໃນວັນທີ 8 ພະຈິກ 2022 ໄດ້ຖືກ ທ້າວ ກິຕິພອນ ຕົວະຍົວະຫຼອກລວງ ສໍ້ໂກງເອົາເງິນຂອງຕົນໄປ ຈໍານວນເງິນ 1,500,000 ບາດ ແລະ 4,000,000 ກີບ.

ໂດຍແອບອ້າງເປັນເຈົ້າໜ້າທີ່ ປກສ ຮັບປະກັນເອົານ້ອງຊາຍຂອງຕົນອອກຈາກຄ້າຍຄຸມຂັງ ພາຍໃນກໍານົດເວລາ 35 ວັນ, ຖ້າຄົບກໍານົດແລ້ວຍັງບໍ່ໄດ້ອອກແມ່ນ ສົ່ງເງິນຄືນ. ແຕ່ເຖິງປັດຈຸບັນ ທ້າວ ກິຕິພອນ ກໍ່ບໍ່ສາມາດແລ່ນຮັບປະກັນເອົານ້ອງຊາຍຂອງຕົນອອກຄ້າຍຄຸມຂັງໄດ້ຕາມຄຳອວດອ້າງ ເລີຍທວງເງິນຄືນ ແຕ່ຜູ້ກ່ຽວກໍ່ບ່າຍບ່ຽງ ແລະເອົາຕົວຫຼົບຫຼີກ.

ນອກນັ້ນ ໃນເດືອນມັງກອນ ປີ 2021, ທ້າວ ກິຕິພອນ ໄດ້ໃຊ້ຮູບການດຽວກັນ ສໍ້ໂກງເອົາຊັບສິນປະຊາຊົນ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ໂດຍໄດ້ຕົວະວ່າ: ເປັນຜູ້ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ເຊິ່ງມີຜູ້ເສຍຫາຍໜຶ່ງຄົນ ໄດ້ເອົາເງິນໃຫ້ ທ້າວ ກິຕິພອນ ຈໍານວນເງິນ 53,000,000 ກີບ.

ມາຮອດປັດຈຸບັນກໍ່ຍັງບໍ່ໄດ້ເຂົ້າກຳລັງ ປກສ ຕາມຄໍາກ່າວອ້າງນັ້ນ.

ພາຍຫລັງສືບສວນ ສອບສວນ ສໍາເລັດ ກອງບັນຊາການ ປກສ ເມືອງນາຊາຍທອງ ຈະໄດ້ສະຫຼຸບຄະດີ ສົ່ງມອບໃຫ້ອົງການໄອຍະການປະຊາຊົນເຂດ I ນະຄອນຫຼວງວຽງຈັນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button