Lao News
ເສຍຫາຍໜັກໜ່ວງ! ພາຍຸຖະຫລົ່ມ ຫໍພັກຄູອາສາ ທີ່ເມືອງອະນຸວົງ (ມີຄລິບ)

ພາຍຸຖະຫລົ່ມຫໍພັກຄູອາສາເສຍຫນັກ.

ຟ້າຫລັງຝົນຍ່ອມຈະສວຍສົດງາມສະເຫມີ! ຊາວເນັດ ແລະ ໂຊຊຽວຕ່າງກໍສະແດງຄໍາເຫັນກໍາລັງໃຈຄູອາສາ…ສູ້ໆ ແລະ ອົດທົນ.ຄູ: ສອນວິໄລ (ເຟສບຸກຂອງເພີ່ນ: KT sonevilai ) ພາຍອັດຄລິບສັ້ນຂຶ້ນເຟສສ່ວນຕົວໂດຍລະບຸວ່າ.

ຈາກຝົນຕົກຟ້າລົມຄືນວັນທີ່18/3/2023 ຄືນຜ່ານນີ້ທີ່ບ້ານໍ້າໂມ້ ເມືອງອະນູວົງ ແຂວງໄຊສົມບູນເຮັດໃຫ້ຫ້ອງນອນ_ຄູອາສາ_ໄດ້ຮັບຜົນເສຍຫາຍຫຼາຍຢ່າງ_ຈົນບໍ່ໄດ້ຫລັບໄດ້ນອນ…

ຂໍວອນພາກສ່ວນທີ່ກ່ຽວຂ້ອງຈົ່ງລົງມາຊ່ວຍເຫຼືອຫໍພັກ(ຫ້ອງນອນ)ຄູອາສານີ້ດ້ວຍ.ພ້ອມນີ້ ເພື່ອນຄູອາສາທີ່ສອນນໍາກັນ…ຄືນ້ອງສາວ Lone Xaybounma ອະທິບາຍວ່າຕົນ ເປັນຄູອາສາ ມາໄດ້8ປີແລ້ວແຕ່ຍັງລໍຖ້າໂກຕ້າຢູ່ ແຕ່ກໍສອນດ້ວຍໃຈມັກຮັກອາຊີບຄູນີ້.
(ຄລິບ)