ພົບຮ່າງແລ້ວ ຄົນຈົມນ້ຳຢູ່ບ້ານໃໝ່ ເມືອງສີໂຄດຕະບອງ.

ວັນທີ 22 ມີນາ 2023 ຜ່ານມາ ມີລາຍງານວ່າ ມີຊາຍໜຸ່ມຈົມນໍ້າເຂດ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ຕົກນໍ້າແຕ່ວັນທີ 21 ມີນາ 2023)
ເຈົ້າໜ້າທີ່ໜ່ວຍກູ້ໄພ ຊ່ວຍເຫຼືອສັງຄົມແລະມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດຄົ້ນຫາໃຕ້ນ້ຳລົງກວດສອບ ແລະ ຄົ້ນຫາຮ່າງຂອງຜູ້ເສຍຊີວິດເປັນເວລາປະມານ2ມື້ ແລະ ພົບເຫັນຮ່າງຂອງຜູ້ເສຍຊີວິດ ປະມານ11:11ໂມງ ຂອງວັນທີ 23 ມີນາ 2023.

ຜູ້ເສຍຊີວິດ ເພດຊາຍ ອາຍຸ 19 ປີ ບ້ານໃໝ່, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ

ປັດຈຸບັນສົບຜູ້ກ່ຽວຖືກນຳໄປເຮັດພິທີກຳທາງສາສະໜາ
ຂໍສະເເດງຄວາມເສຍໃຈຕໍ່ກັບເຫດການຄັ້ງນີ້ດ້ວຍ
#ຂ່າວຮູບພາບລາວພັດທະນາ #ເຫດການ #ຄົນຕົກນໍ້າ