ໜ່ວຍກູ້ໄພສືບຕໍ່ຄົ້ນຫາ ຄົນລົງຫລິ້ນນໍ້າ ແລ້ວຈົມຫາຍ
ລາຍງານຈາກໜ່ວຍກູ້ໄພຈຸດບ້ານຫ້ອມ ວ່າ: ເວລາປະມານ 12:20 ໂມງຂອງວັນທີ 19 ເມສາ 2023 ໄດ້ຮັບແຈ້ງເຫດມີຄົນລົງຫລິ້ນນ້ຳຂອງແລ້ວສູນຫາຍ
ຢູ່ເຂດບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຊື່: ທ້າວ ອາຫລົງ ອາຍຸ 32 ປີ ອາຊີບ ກຳມະກອນ ເກີດທີ່ບ້ານຈື່ຢາງ ເມືອງບຸນໃຕ້ ແຂວງຜົ້ງສາລີ.
ຜູ້ເຫັນເຫດເລົ່າວ່າ: ມີຜູ້ຊາຍສອງຄົນ ທີ່ກິນເຂົ້າແລ້ວຕອນສວຍອາກາດມັນຮ້ອນເລີຍລົງຫຼິ້ນນໍ້າຂອງໂດດຢູ່ທ້າຍເຮືອດູດຫີນດູດຊາຍ ຫຼັງຈາກນັ້ນກໍບໍ່ພົບຊາຍອີກຄົນຂຶ້ນມາ.
ມື້ນີ້ທີມງານກູ້ໄພຈະສືບຕໍ່ຄົ້ນຫາຜູ້ກ່ຽວຕື່ມ ຫາກທ່ານໃດພົບເຫັນ ສາມາດແຈ້ງເຂົ້າຫາໜ່ວຍກູ້ໄພຕາມເບີ 020 2988 5558 ຫລື ເບີສາຍດ່ວນກູ້ໄພໃນນະຄອນຫລວງໄດ້ເລີຍ.
#ຂ່າວຮູບພາບລາວພັດທະນາ
#ເຫດການ
#ຄົນຈົມນໍ້າ