ພົບສົບຜູ້ເສຍຊີວິດ ແລ້ວ

ພົບສົບຜູ້ເສຍຊີວິດ ແລ້ວ ເຫດຄົນຈົມນໍ້າໃນວັນທີ20/04/2023 ເວລາ11:10ແມ່ນການສືບຕໍ່ຄົ້ນຫາມື້ທີສອງຂອງໜ່ວຍກູ້ໄພນະຄອນຫລວງ 1624.

ຈຸດເກີດເຫດແມ່ນ ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

ຜູ້ສູນຫາຍເປັນເພດຊາຍ ອາຍຸປະມານ 32 ປີ

ບ້ານຈື່ຢາງເມືອງບຸນໃຕ້ ແຂວງຜົ້ງສາລີ.ທາງຫນ່ວຍກູ້ໄພນະຄອນຫລວງ 1624.

ຈຶ່ງໄດ້ໃຊ້ອຸປະກອນແລະທີມຄົ້ນຫາທາງນໍ້າເພື່ອຄົ້ນຫາຜູ້ສູນຫາຍ ມາຮອດເວລາ 11:10 ໂມງ

ຈຶ່ງໄດ້ພົບຜູ້ສູນຫາຍໃນເຂດບໍລິເວນທີ່ເກີດເຫດ.

ສ່ວນສາເຫດໃນການຈົມນໍ້າຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດຈຶ່ງໄດ້ມອບໃຫ້ເຈົ້າຫນ້າທີ່ສືບສວນແລະສອບສວນຕໍ່ໄປ

Related Posts

Leave a Reply

Your email address will not be published. Required fields are marked *